ເຈົ້າແຂວງເນັ້ນ 12 ໜ້າວຽກ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ

ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດ, ຮັບປະກັນບາງຂໍ້ຄົງຄ້າງ ໄດ້ຮັບການປັບປຸງແກ້ໄຂ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບທັງປະລິມານ ແລະ ຄຸນນະພາບ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ສຸມໃສ່ຈັດຕັ້ງຫຼາຍວຽກງານສຳຄັນ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2021 ທີ່ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2021, ວຽກງານພົ້ນເດັ່ນຈາກບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມນັ້ນຍັງມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ຊຶ່ງຍັງເຫັນບາງຂໍ້ຄົງຄ້າງ ເປັນຕົ້ນແມ່ນການຜັນຂະຫຍາຍນິຕິກໍາຕ່າງໆ ຍັງບໍ່ຕໍ່ເນື່ອງ, ການນໍາພາແກ້ໄຂຄວາມທຸກຍາກ ແລະ ການພັດທະນາ ປະຕິບັດບໍ່ໄດ້ຕາມແຜນທີ່ວາງໄວ້, ການສ້າງບ້ານໃຫຍ່ສີສັນຕົວເມືອງນ້ອຍ ບໍ່ທັນໄດ້ຕາມມາດຖາານທີ່ກໍານົດ, ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວພັດທະນາ ບໍ່ບັນລຸຕາມຄາດໝາຍ.

ໂອກາດນີ້ທ່ານເຈົ້າແຂວງ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນ ໃຫ້ຄະນະພັກແຕ່ລະຂັ້ນ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ທ້ອງຖິ່ນຮາກຖານຂອງຕົນ ໃຫ້ປາກົດຜົນເປັນຈິງ ແລະ ມີຜົນສໍາເລັດໃນແຕ່ລະໄລຍະ, ເອົາໃຈໃສ່ນໍາເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເວົ້າລວມ, ເວົ້າສະເພາະເເມ່ນ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດການເເກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເເລະ ການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ ເເລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງເເຂວງ ລົງເຜີຍເເຜ່ເຊື່ອມຊຶມໃຫ້ທົ່ວເຖິງ, ມອບໃຫ້ປກຊ-ປກສ ລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ສືບຕໍ່ປັບປຸງ ປກສ-ກອງຫຼອນບ້ານ ໃຫ້ມີຄວາມເຂັ້ມແຂງ ເເລະ ເຄື່ອນໄຫວ ຢ່າງເປັນປົກກະຕິ ມີການຝຶກອົບຮົມສິນລະປະຍຸດ-ຍຸດທະວິທິ ໃຫ້ກໍາລັງ ປກສ-ກອງຫຼອນບ້ານ, ຊຸກຍູ້ສ້າງຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂວງ, ຄອບຄົວ, ບ້ານປ້ອງກັນຄວາມສະຫງົບ ໃຫ້ໄດ້ຕາມເປົ້າຫມາຍ, ສືບຕໍ່ຫັນລົງກໍ່ສ້າງຮາກຖານເຂດຈຸດສູມໃຈກາງຂອງແຂວງ ຕາມມະຕິ 025 ຂອງກົມການເມືອງສູນກາງພັກ ຢູ່ບັນດາເມືອງເປົ້າໝາຍ, ສືບຕໍ່ນໍາພາ ຂັ້ນເມືອງ ແລະ ຂັ້ນ ບ້ານ, ກວດກາ, ນໍາພາບ້ານເປີດກອງປະຊຸມ ຖ້າບ້ານໃດຮອດວາລະກອງປະຊຸມ, ປັບປຸງ 5 ໜ່ວຍງານຂອງບ້ານ ຕິດພັນກັບການຝຶກອົບຮົມໃຫ້ເຂົາເຈົ້າ, ໃຫ້ສືບຕໍ່ກໍ່ສ້າງ ແລະ ຂະຫຍາຍພັກຢູ່ ຂັ້ນບ້ານໂດຍສະເພາະສ້າງເປັນພະນັກງານສືບທອດ, ພະນັກງານຫຼັກແຫຼ່ງໃນຕໍ່ໜ້າ.

ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ຊຸກຍູ້ພໍ່ແມ່ປະຊາຊົນທໍາການຜະລິດເປັນສິນຄ້າ ພ້ອມທັງສ້າງເປັນຄອບຄົວຕົວແບບ, ໃຫ້ໄດ້ຕາມແຜນການ, ການເເກ້ໄຂຄວາມທຸກຍາກຕ້ອງແນ່ໃສ່ແກ້ໄຂບັນຫາ ຫຼື ມາດຖານ ຂອງຄອບຄົວທີ່ບໍ່ທັນບັນລຸ ໂດຍຕິດພັນກັບການຈັດສັນເນື້ອທີ່ການຜະລິດ ແລະ ອາຊີບຄົງທີ່, ສໍາລັບຄອບຄົວອານະຖາ ແມ່ນໃຫ້ປຸກລະດົມທຸກພາກສ່ວນທົ່ວສັງຄົມ ໃຫ້ການຊ່ວຍເຫຼືອເພື່ອບັນເທົາທຸກ, ໃຫ້ສືບຕໍ່ຊຸກຍູ້ການສ້າງບ້ານໃຫຍ່ສີສັນຕົວເມືອງນ້ອຍໃນຊົນນະບົດ ໃນແຜນສ້າງໃນໄລຍະຜ່ານມາ ໃຫ້ສາມາດປະກາດຮັບຮອງໄດ້ຕາມແຜນການ, ພະແນກພາຍໃນແຂວງ ໃຫ້ສຶບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງ ແຂວງ ລົງຊຸກຍູ້ບັນດາພະແນການ, ສອງກອງບັນຊາການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າແຂວງ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມ 7 ດ້ານ 66 ຕົວຊີ້ບອກ ໂດຍສະເພາະແມ່ນສຸມໃສ່ດ້ານທີ່ບໍ່ທັນໄດ້ບັນລຸ, ແຕ່ລະເມືອງໃຫ້ສືບຕໍ່ ໃນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ, ສືບຕໍ່ສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ດ້ານ 30 ຕົວຊີ້ບອກ ໃຫ້ເລັ່ງໃສ່ສ້າງແຜນຈັດຕັ້ງປະຕິບັດ ໃຫ້ບັນລຸຕາມເປົ້າໝາຍ ແລະ ໃຫ້ກວດກາຄືນການແບ່ງຂັ້ນຄຸ້ມຄອງຕາມ 15 ພະແນກການຫຼັກ ທີ່ໄດ້ມອບການແບ່ງຂັ້ນຄຸ້ມຄອງກັນແລ້ວ ແລະ ໄດ້ມີການຈັດຕັ້ງປະຕິບັດກັນຄືແນວໃດ.

About admins14