ເຈົ້າແຂວງເນັ້ນບາງບັນຫາສໍາຄັນ ຕໍ່ວຽກງານການຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄລຍະທີ II

ເພື່ອໃຫ້ການຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄລຍະທີ II ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ຄະນະຮັບຜິດຊອບແຕ່ລະຂັ້ນ ຕ້ອງໄດ້ສຸມໃສ່ຫຼາຍບາງວຽກງານສໍາຄັນ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເນັ້ນຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍລິຄຳໄຊ ໄລຍະທີ I ທີ່ໄດ້ຈັດຂຶ້ນໃນວັນທີ 9 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນທົວແຂວງ, ເມືອງ 7 ຕົວເມືອງ ແລະ ການປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຈາກພາກສ່ວນກ່ຽວຂ້ອງ ເຫັນວ່າ ມີຫຼາຍວຽກງານທີ່ພົນເດັ່ນ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງແນວຄິດ, ການປະຕິບັດຕົວຈິງທາງດ້ານວິຊາສະເພາະ, ການດໍາເນີນຄະດີ ແລະ ປະຕິບັດຕາມກົດໝາຍຕໍ່ຜູ້ກະທໍາຜິດ, ແຕ່ກໍ່ຍັງວຽກບາງວຽກງານທີ່ຍັງຄົງຄ້າງ ທີ່ຕ້ອງໄດ້ຮີບຮ້ອນຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການເຜີຍແຜ່, ແຜນຜັນຂະຫຍາຍວາລະແຫ່ງຊາດ ບໍ່ທັນທົ່ວເຖິງ ແລະ ເລິກເຊິ່ງ, ຜູ້ເຂົ້າຮ່ວມເຊື່ອມຊືມຍັງມີຈຳກັດ, ການສືບຂ່າວ, ເກັບກຳຂ່າວ, ການວິເຄາະ, ວິໃຈ, ການແກ້ໄຂ ບາງເປົ້າໝາຍຍັງບໍ່ທັນລະອຽດຊັດເຈນ ແລະ ອື່ນໆ.

ຕໍ່ຂໍ້ຄົງຄ້າງດັ່ງກ່າວ ທ່ານເຈົ້າແຂວງໄດ້ເນັ້ນພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ວຽກງານໂຄສະນາ, ສຶກສາອົບຮົມ ແລະ ຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ກ້ວາງຂວາງ, ເລິກເຊິ່ງ, ຖືກເປົ້າໝາຍ, ໂຄສະນາປຸກລະດົມຂົນຂວາຍ ໃຫ້ທຸກພາກສ່ວນໃນທົ່ວສັງຄົມເຂົ້າຮ່ວມ ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ ສໍາມະນາວິທະຍາສາດຂອງແຂວງ ທີ່ໄດ້ກໍານົດອອກ, ທຸກພາກສ່ວນຕ້ອງປະສານສົມທົບກັນ ສືບ ແລະ ເກັບກຳຂ່າວ ຢ່າງຈະແຈ້ງ, ຄົບຖ້ວນ, ວິເຄາະ, ວິໃຈ ຢ່າງລະອຽດ ແລະ ລົງແກ້ໄຂຕາມຈຸດເປົ້າໝາຍ, ການຄົ້ນຄວ້າສຳນວນຄະດີຕ່າງໆ ເພື່ອຕັດສິນ ຫຼື ພິຈາລະນາຄະດີໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ເປັນທຳ ສາມາດໃຊ້ໄດ້ຢ່າງເດັດຂາດ ໂດຍໃຫ້ຮັບປະກັນໃຫ້ການພິຈາລະນາຄະດີ ແລະ ການຕັດສິນ ຖືກຕາມກົດໝາຍ ແລະ ຖືກຕາມຄວາມເປັນຈິງ.

About admins14