ເຈົ້າແຂວງພ້ອມດ້ວຍຄະນະ ລົງພົບປະຢ້ຽມຢາມ 2 ກອງພັນ ເມືອງບໍລິຄັນ

ເພຶ່ອແນ່ໃສເຮັດໃຫ້ສັງຄົມ ສຶບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍ  ປະກົດການຫຍໍ້ທໍ້ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ, ໃນວັນທີ 11 ມັງກອນ 2023 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານ ປກຊ – ປກສ ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ເຮັດວຽກຮ່ວມກັບ ຄະນະພັກ – ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນ 615 ແລະ 621, ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍ ທ່ານ ພັນເອກ ຄໍາແດງ ແພງພົງພັນ ຫົວໜ້າການທະການ ກອງບັນຊາການທະກຫານແຂວງ.

ໂອກາດດັ່ງກ່າວ ຕາງໜ້າໃຫ້ກັບຄະນະພັກ ແຕ່ລະກົມກອງ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານງານ ຮອບດ້ານພາຍໃນກົມກອງ ເປັນຕົ້ນແມ່ນ ສະພາບລວມທີ່ຕັ້ງ, ຈຸດພິເສດຂອງກົມກອງ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ສະພາບສັດຕູ ແລະ ກຸມຄົນບໍ່ຫວັງດີ ການແກ້ໄຂປະກົດການຫຍໍ້ທໍ້ ໃນດ້ານຕ່າງໆ ທີ່ເກີດຂຶ້ນພາຍໃນເມືອງ ເຊິ່ງກໍ່ຄືສັງຄົມ ໃຫ້ທ່ວງທັນເວລາ ແລະ ວຽກງານອື່ນໆ.

ຕະຫຼອດໄລຍະຜ່ານມາ ຄະນະພັກ – ຄະນະບັນຊາ 2 ກົມກອງ ໄດ້ປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນນີ້ ວຽກງານປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງກໍາລັງອອກກວດກາສາລະເວ ປ້ອງກັນເວນຍາມຂອບເຂດຮັບຜິດຊອບ ເປັນຕົ້ນແມ່ນຂົວ, ປ້ອງກັນຜູ້ນໍາ, ປ້ອງກັນກອງປະຊຸມໃຫຍ່, ງານປະເພນີສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ເຊິ່ງໄດ້ເຮັດໃຫ້ສະພາບການພາຍໃນເມືອງ ກໍ່ຄືສັງຄົມ ໄດ້ມີຄວາມສະຫງົບໂດຍພື້ນຖານຕະຫຼອດມາ.

ໂອກາດດັ່ງກ່າວ ທ່ານປະທານ ປກຊ – ປກສ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີມ ມາຍັງຄະນະພັກຄະນະບັນຊາ, ນາຍ ແລະ ພົນທະຫານແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນ ສໍາເລັດຜົນຕະຫຼອດໄລຍະຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ຊີ້ນໍາວຽກງານບາງດ້ານ ເປັນຕົ້ນແມ່ນການສ້າງຄວາມສາມັກຄີພາຍໃນກອງກອງໃຫ້ມີຄວາມແໜ້ນແຟ້ນ, ເຂັ້ມງວດທາງວຽກງານ, ດ້ານການເມືອງແນວຄິດ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍ່ຄື 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ທີ່ກະຊ່ວງປ້ອງກັນປະເທດວາງອອກ, ທັງນີ້ ກໍ່ເພຶ່ອແນ່ໃສປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບທາງດ້ານການເມືອງ, ເພຶ່ອຕັ້ງໜ້າຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ໃຫ້ຫຼຸດໜ້ອຍຖ້ອຍລົງ ແລະ ໝົດສິ້ນໄປ.

ເນື່ອງໃນໂອກາດທີທ່ານປະທານ ປກຊ – ປກສ ແຂວງ ໄດ້ລົງມາເຄືອນໄຫວ ພົບປະຢ້ຽມຢາມກໍາລັງ ປກຊ ໃນຄັ້ງນີ້ ທ່ານຍັງໄດ້ນໍາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະພັກ – ຄະນະບັນຊາ, ນາຍ ແລະ ພົນທະຫານ ສອງກົມກອງ ເນື່ອງໃນໂອກາດກະກຽມຄໍານັບຮັບຕ້ອນ ວັນທີ 20 ມັງກອນ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອດ 74 ປີ.

About admins14