ເຈົ້າແຂວງບໍລິຄໍາໄຊ ພ້ອມຄວາມຄະນະ ເຂົ້າຮ່ວມຍົກເສົາປະຕູໂຂງທີ່ວັດທາດພູວຽງ ເມືອງວຽງທອງ

ໃນວັນທີ 24 ພະຈິກ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ແລະ ການນໍາຂອງເມືອງວຽງທອງ, ພະສົງສໍາມະເນນ, ອພສ ແຂວງ – ເມືອງ, ອົງການຈັດຕັ້ງເຖົ້າແກ່ແນວໂຮມ ຍິງຊາຍນ້ອຍໃຫຍ່ ຕະຫຼອດຮອດຜູ້ທີ່ມີຈິດໃຈໃສ່ສັດທາທາງດ້ານພຸດທະສາສະໜາ ໄດ້ພ້ອມພາກັນເຂົ້າຮ່ວມພິທີ ຍົກເສົາປະຕູໂຂງ ທີ່ວັດທາດພູວຽງ ເມືອງ ວຽງທອງ ແຂວງບໍລິຄໍາໄຊ.

ພິທີຍົກເສົາປະຕູໂຂງ ວັດທາດພູວຽງ ແມ່ນໄດ້ເລີ່ມຂຶ້ນໃນເວລາ 9 ໂມງ.00 ໃນມື້ຂຶ້ນ 1 ຄໍ່າ ເດືອນ 1 ລາວ ກົງກັບວັນທີ 24 ພະຈິກ 2022, ເຊິ່ງໄດ້ມີພີທີທາງສາສະໜາ ສວດປະຣິຕະມຸງຄຸນ, ພ້ອມນັ້ນ ອອກຕົນຍາດຍົມ ທັງຫຼາຍທີ່ເຂົ້າຮ່ວມ ໄດ້ພ້ອມກັນອານຸໂມທະນາທານ ຕາມສັດທາຂອງຕົນ ແລະ ພ້ອມກັນຮ່ວມກັນຍົກເສົາປະຕູລົງໄວ້ທີ່ຕັ້ງຮ່ວມກັນ ທັງໝົດ 4 ເສົາ ແລະ 2 ຄານ.

About admins14