ເຈົ້າແຂວງບໍລິຄຳໄຊ ໂອ້ລົມພະນັກງານຫຼັກແຫຼ່ງ ເມືອງຄຳເກີດ

ໃນວັນທີ 20 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂັ້ນແຂວງ ໄດ້ລົງພົບປະໂອລົມພະນັກງານຫຼັກແຫຼ່ງເມືອງຄຳເກີດ, ມີຄະນະບໍລິຫານງານພັກເມືອງ, ມີຕາງໜ້າບັນດາຂະແໜງການພາກລັດ, ທຸລະກິດ ແລະ ນາຍບ້ານ 15 ບ້ານພາຍໃນເທດສະບານ ເຂົ້າຮ່ວມ.

ທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາ ເຫັນວ່າ ບາງວຽກງານຈຸດສຸມປະຕິບັດໄດ້ລື່ນແຜນ ແລະ ບາງຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປະຕິບັດໃນ 6 ເດືອນທ້າຍ 2021 ເຊິ່ງໂດຍລວມແລ້ວເຫັນວ່າ ທົ່ວເມືອງຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ປະກົດການຫຍໍ້ທໍ້ໃນສັງຄົມຫຼຸດນ້ອຍຖອຍລົງ.

ທົ່ວເມືອງມີ 62 ບ້ານ ປະເມີນເປັນບ້ານພົ້ນທຸກກວມ 100% ມີພົນລະເມືອງທັງໝົດ 74.573 ຄົນ, ຍິງ 36.739 ຄົນ, ມີ 14.259 ຄອບຄົວ, ໃນນັ້ນ ມີຄອບຄົວພົ້ນທຸກ 13.866 ຄອບຄົວ ກວມເອົາ 97,38%, ຄອບຄົວບໍ່ທັນພົ້ນທຸກມີ 373 ຄອບຄົວ ກວມເອົາ 2,6%, ຄອບຄົວອະນາຖາ 14 ຄອບຄົວ ແລະ ບ້ານພັດທະນາ 46 ບ້ານກວມ 74,19%, ຄອບຄົວພັດທະນາ 12.863 ຄອບຄົວກວມ 90,20%.

ການຈັດເກັບລາຍຮັບ ແຜນການປີ 42,86 ຕື້ກວ່າກີບ ປະຕິບັດໄດ້ 44,03% ແຜນການປີ, ໃນນັ້ນ ພູດຂອງແຂວງ 35,57 ຕື້ກວ່າກີບ ປະຕິບັດໄດ້ 42,30% ຂອງແຜນການປີ, ພູດເມືອງ 7,28 ຕື້ກວ່າກີບ ປະຕິບັດໄດ້ 52,48% ຂອງແຜນປີ, ດ້ານລາຍຈ່າຍປະຕິບັດໄດ້ 42,86 ຕື້ກວ່າກີບ ເທົ່າກັບ 43,41%. ທຸກໆອົງການຈັດຕັ້ງຂັ້ນເມືອງ, ຂັ້ນບ້ານໄດ້ເປັນເຈົ້າການເຂົ້າຮ່ວມ ວຽກງານສະກັດກັ້ນຕ້ານການລະບາດຂອງພະຍາດໂຄວິດ-19.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນ ແລກປ່ຽນຖອດຖອນບົດຮຽນຈາກສະພາປະຊາຊົນແຂວງ, ການລະບາດຂອງພະຍາດສັດ ລໍາປີສະກີນ ຫຼື ພະຍາດຜິວໜັງສັດອັກເສບຮ້າຍແຮງງົວ-ຄວາຍ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຈາກພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ການປ້ອງກັນຕ້ານການລະບາດຂອງພະຍາດໂຄວິດ-19 ຈາກພະແນກສາທາລະນະສຸກແຂວງ, ການຄູ້ມຄອງການລົງທຶນ ແລະ ການສໍາລະສະສາງໜີ້ສິນບັນດາໂຄງການລົງທຶນຂອງລັດຈາກພະແນກແຜນການ ແລະ ການລົງທຶນແຂວງ ແລະ ບັນດາພະແນການຂັ້ນແຂວງອີກຈຳນວນໜື່ງ ທີ່ເປັນບ່ອນອິງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2021 ຂອງເມືອງ.

ໃນຕອນທ້າຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ຕີລາຄາສູງ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນສຳເລັດທີ່ຄະນະບໍລິຫານງານພັກເມືອງຍາດມາໄດ້, ພ່ອມນັ້ນ ທ່ານຍັງໄດ້ຊີ້ນຳວຽກງານຫຼາຍບັນຫາຕໍ່ຄະນະບໍລິຫານງານພັກເມືອງ, ອຳນາດການປົກຄອງຂັ້ນບ້ານ ຈົ່ງໄດ້ຖືເອົາວຽກງານປັບປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຖືເອົາຄວາມສາມັກຄີພາຍໃນເປັນປຶກແຜ່ນ, ຖືເອົາການສ່ອງແສງຈາກມະຫາຊົນໃນການປັບປຸງແກ້ໄຂວຽກງານທີ່ຕົນເອງຮັບຜິດຊອບ, ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຕິດພັນກັບແກ້ໄຂບັນຫາ 4 ເຖື່ອນ 9 ຫົວຂໍ້ສຳມະນາວິທະຍາສາດຂອງແຂວງ, ເປັນເຈົ້າການເຂົ້າຮ່ວມຂະບວນການໃນການປ້ອງກັນ, ຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ສືບຕໍ່ນໍາພາ-ຊີ້ນຳແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

About admins14