ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມການຈັດສັນທີ່ດິນປຸກສ້າງ ທົດແທນຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທິນ 1

ໃນວັນທີ 8 ກຸມພາ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ກວດກາ ການຈັດສັນທີ່ດິນປຸກສ້າງ, ດິນກະສິກຳ ແລະ ການກໍ່ສ້າງເຮືອນ ໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທິນ 1, ມີທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກຈຳກັດ ໃນນາມຜູ້ພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ແລະ ໜ່ວຍງານຄຸ້ມຄອງການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ທັງພາກລັດ ແລະ ໂຄງການ ຮ່ວມພາທາງ.

ທ່ານ ຄຳເຕີມ ອິນທິລາດ ຜູ້ຈັດການພາກສະໜາມໂຄງການ ເຂື່ອນໄຟຟ້ານໍ້າເທີນ 1 ໄດ້ລາຍງານຄວາມຄືບໜ້າ ບັນດາໜ້າວຽກ ວ່າ: ໂດຍປະຕິບັດຕາມນິຕິກຳຂອງຂັ້ນເທິງ ແລະ ການເຫັນດີຂອງປະຊາຊົນ ທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງ ລວມເມືອງວຽງທອງ ແລະ ເມືອງຄຳເກີດ ຄະນະປະຕິບັດງານພາກສະໜາມໂຄງການ ແລະ ພາກລັດ ໄດ້ປະສານງານເຊິ່ງກັນ ແລະ ກັນ ໂດຍການເຜີຍແຜ່ເອະສານ, ນິຕິກຳທີ່ກ່ຽວຂ້ອງ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການໄດ້ຮັບຮູ້ ແລະ ເຂົ້າໃຈ, ໄດ້ກຳນົດພື້ນທີ່ດິນປຸກສ້າງ, ດິນກະສິກຳ ເພື່ອລ້ຽງສັດໃຫຍ່ ແລະ ເຂດດິນປຸກເຮືອນທີ່ຢູ່ອາໃສ, ການຈັດສັນດິນປຸກສ້າງ ແມ່ນຕິດກັບບ້ານຈັດສັນ ຢູ່ບ້ານຫ້ວຍຫອຍ ໃກ້ກັບເສັ້ນທາງ 1D ໃນເນື້ອທີ່ 5 ເຮັກຕ່າ ແມ່ນຈັດໃຫ້ສະເພາະຄອບຄົວ ທີ່ມີເນື້ອທີ່ທຳການຜະລິດຈຳນວນຫຼາຍຖືກຜົນກະທົບ ແລະ ຈະເຂົ້າມາທຳການຜະລິດລ້ຽງສັດໃຫຍ່ຢູ່ເຂດບ້ານຫວ້ຍຫອຍ, ປະຈຸບັນ ເນື້ອທີ່ດັ່ງກ່າວ ກຳລັງບຸກເບີກ ແລະ ຈະໄດ້ປັບພື້ນທີ່ທັງໝົດ 5 ເຮັກຕ່າ ໃຫ້ຮາບພຽງ ແລ້ວຈະໄດ້ແບ່ງເປັນລອ໋ກ, ອອກໃບກຳມະສິດນຳໃຊ້ທີ່ດິນ ໃຫ້ບຸກຄົນນຳໃຊ້ຕໍ່ໄປ.

ສຳລັບການຈັດສັນດິນລ້ຽງສັດໃຫຍ່ ໃນເນື້ອທີ່ 1.400 ເຮັກຕ່າ, ປະຈຸບັນ ແມ່ນຢູ່ໃນໄລຍະບຸກເບີກເສັ້ນທາງ ເພື່ອແບ່ງເຂດໃຫ້ຄອບຄົວນຳເອົາສັດໄປລ້ຽງ, ສຳລັບການກໍ່ສ້າງເຮືອນທີ່ຢູ່ອາໃສໃຫ້ປະຊາຊົນຢູ່ບ້ານເມືອງມ່ວນ ມີທັງໝົດ 88 ຫຼັງ, ໃນນັ້ນ ມີ 1 ຫຼັງ ປຸກໃຫ້ຄອບຄົວອານາຖາ ໂດຍເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນທັນວາ 2020 ມາຮອດປະຈຸບັນ ສຳເລັດແລ້ວອປະມານ 40 % ຂອງໜ້າວຽກທັງໝົດ, ບັນດາໜ້າວຽກດັ່ງກ່າວຄາດວ່າທ້າຍເດືອນ ມິຖຸນາ 2021 ຈະໃຫ້ສຳເລັດ ແລະ ມອບ-ຮັບຕາມແຜນການທີ່ວາງໄວ້.

ໂອກາດນີ້ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ເນັ້ນໃຫ້ໜ່ວຍງານຄຸ້ມຄອງການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ທັງພາກລັດ ແລະ ໂຄງການ ຈົ່ງໄດ້ປຶກສາຫາລືເຊີ່ງກັນ ແລະ ກັນເປັນປະຈຳ, ຕ້ອງໄດ້ວາງແຜນໄລຍະສັ້ນ, ໄລຍະຍາວຂອງແຕ່ລະໜ້າວຽກ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

About admins14