ເຈົ້າແຂວງບໍລິຄຳໄຊ ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ ເມືອງປາກຊັນ ເນັ້ນອຳນາດການປົກຄອງບ້ານ ນາຂາມ ເຂັ້ມງວດຕ້ານພະຍາດໂຄວິດ-19

ໃນຕອນບ່າຍຂອງວັນທີ 22 ພະຈິກ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ 5 ຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ແລະ ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຮ່ວມພາທາງ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີເຂົ້າສານໜຽວ, ໜີ່ສຳເລັດຮູບ, ນໍ້າດື່ມ ແລະ ປາກະປອງ ມອບໃຫ້ຄອບຄົວທຸກຍາກ 5 ຄອບຄົວ, ໃນນັ້ນ ມອບໃຫ້ຄອບຄົວ ທ່ານ ບຸນຊູ ບ້ານບົວແວງຄຳ, ຄອບຄົວ ທ່ານ ໄພ, ຄອບຄົວ ທ່ານ ຕື້, ຄອບຄົວ ທ່ານ ຂັນທອງ ບ້ານ ນາອ້ອຍໜູ ແລະ ຄອບຄົວທ່ານ ຄຳພຸດ ບ້ານໜອງສາມານ.

ຈຸດປະສົງ ກໍ່ເພື່ອບັນເທົາທຸກ ໃນໄລຍະການກໍ່ສ້າງເຮືອນ, ສຳລັບເມືອງປາກຊັນ ມີຄອບຄົວທຸກຍາກທັງໝົດ 15 ຄອບຄົວ ປະຈຸບັນ ອໍານາດການປົກຄອງເມືອງ ໄດ້ປຸກລະດົມທຸກພາກສ່ວນເຂົ້າຮ່ວມຂະບວນການແກ້ໄຂຄວາມທຸກຍາກ ໂດຍສະເພາະແມ່ນ 15 ຄອບຄົວດັ່ງກ່າວ.

ມາຮອດປະຈຸບັນ ໄດ້ມີອົງການຈັດຕັ້ງພາຄີ, ພາກລັດ, ຜູ້ປະກອບການທຸລກິດ, ນິຕິບຸກຄົນ ໄດ້ປະກອບສ່ວນທຶນຮອນສ່ວນຕົວ ເຂົ້າໃນການກໍ່ສ້າງເຮືອນທີ່ຢູ່ອາໃສໃຫ້ມີຄວາມແໜ້ນໜາຖາວອນ ໂດຍສະໜອງວັດຖຸອຸປະກອນເຂົ້າໃນການກໍ່ສ້າງ ສ່ວນແຮງງານ ແມ່ນປະຊາຊົນພາຍໃນບ້ານຮ່ວມແຮງຮ່ວມໃຈກໍ່ສ້າງຈົນກວ່າຈະສຳເລັດ.

ທົ່ວເມືອງປາກຊັນ ກໍ່ສ້າງສຳເລັດແລ້ວ 9 ຫຼັງ, ກໍາລັງກໍ່ສ້າງ 5 ຫຼັງ ຄາດວ່າຈະສຳເລັດໃນທ້າຍເດືອນທັນວາປີນີ້ ແລະ ອີກຈຳນວນ 1 ຫຼັງ ຕົ້ນປີ 2022 ຈະເລີ່ມລົງມືກໍ່ສ້າງ, ການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນແມ່ນເປັນບູລິມະສິດໜື່ງຂອງແຂວງ ບໍລິຄຳໄຊ.

ຈາກນັ້ນ ໃນເວລາຕໍ່ມາ ທ່ານເຈົ້າແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ອຳນາດການປົກຄອງບ້ານ ນາຂາມ ໃນການເພີ່ມທະວີເອົາໃຈໃສ່ ການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ເຊິ່ງປະຈຸບັນ ບ້ານ ນາຂາມ ມີຜູ້ຕິດເຊື້ອພາຍໃນ 32 ຄົນ, ເຫັນວ່າອັດຕາການເພີ່ມຂື້ນຢ່າງໄວວາ, ຕໍ່ກັບສພາບການດັ່ງກ່າວນັ້ນ ຄະນະສະເພາະກິດຂັ້ນແຂວງ, ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນເມືອງ ສົມທົບກັບອຳນາດການປົກຄອງຂັ້ນບ້ານ ຈົ່ງໄດ້ເພີ່ມທະວີ ເຂັ້ມງວດໃນການປ້ອງກັນ ໂດຍມີການປ້ອງກັນ, ຕິດຕາມ, ກວດກາ, ເຝົ້າລະວັງ ຕໍ່ກັບກຸ່ມສ່ຽງທີ່ສຳພັດກັບຜູ້ຕິດເຊື້ອ ໂດຍການກັກກັນ ຢູ່ບໍລິເວນໂຮງຮຽນ ເພື່ອຕິດຕາມອາການ, ພ້ອມນັ້ນ ອຳນາດການປົກຄອງບ້ານ ຈະຕ້ອງໄດ້ໂຄສະນາປະຊາສຳພັນຜົນຮ້າຍຂອງພະຍາດໂຄວິດ-19 ຜ່ານໂທລະໂຄ່ງບ້ານເປັນປະຈໍາ, ທັ້ງນີ້ ກໍ່ເພື່ອເຮັດໃຫ້ການຂະຫຍາຍການແຜ່ເຊື້ອຫຼຸດນ້ອຍຖອຍລົງ.

About admins16