ເຈົ້າແຂວງບໍລິຄຳໄຊ ພົບປະທະຫານຊາຍແດນ 251

ໃນວັນທີ 19 ກໍລະກົດ 2021 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໃນນາມປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 251 ເຂດທອງມີໄຊ ເມືອງວຽງທອງ ໂດຍມີທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ທ່ານ ເລືອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຮ່ວມພາທາງ.

ທ່ານ ພັນໂທ ບົວແກ້ວ ຄຳພະໄຊ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 251 ໄດ້ລາຍງານສະພາບການເຄື່ອນໄຫວຈັດຈັດປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ໃຫ້ທ່ານເຈົ້າແຂວງພ້ອມຄະນະຮັບຊາບ ວ່າ: ຄະນະພັກຄະນະບັນຊາກອງຮ້ອຍທະຫານຊາຍແດນ 251 ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ໃນຖັນແຖວສະມາຊິກພັກພັກກຳລັງປະກອບອາວຸດໃນກົມກອງຂອງຕົນເອງຮັບຜິດຊອບ ສອດຮ້ອຍເຂົ້າວຽກງານວິຊາສະເພາະ ເຮັດໃຫ້ກຳລັງມີຄວາມເຕີບໃຫຍ່ເຂັ້ມແຂງ ປະຕິບັດໜ້າທີ່ມີຜົນສຳເລັດ, ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ, ຄຳສັ່ງຂອງເທິງ ແລະ ວັນສຳຄັນຂອງພັກ, ຂອງຊາດ, ປະສານສົມທົບແລກປ່ຽນບົດຮຽນກັບກອງກໍ່ສ້າງຮາກຖານ 921 ກະຊວງປ້ອງກັນຄວາມສະຫງົບ, ກອງປູກຝັງ 215 ເຂດ 4 ບໍລິສັດ ໂກເອໂກ ແລະ ທະຫານຊາຍແດນ 551 ດ່ານຕາມເຫີບ, ດ່ານຕາມກວາງ, ດ່ານນໍ້າກັນ ສສ ຫວຽດນາມ ໃນການກວດກາຫຼັກໝາຍຊາຍແດນແຕ່ຫຼັກໝາຍ 424-438 ໄລຍະທາງ 95 ກິໂລແມັດເປັນປົກກະຕິໃນແຕ່ລະໄລຍະ.

ນອກຈາກປະຕິບັດໜ້າວຽກງານວິຊາສະເພາະແລ້ວ ກົມກອງຍັງໄດ້ຫັນເອົາການປູກ – ການລ້ຽງ ເພື່ອຫາລາຍໄດ້ເຂົ້າກົມກອງ ເປັນຕົ້ນແມ່ນ ໄດ້ທຳການຜະລິດປູກມັນຕົ້ນ 2 ເຮັກຕ່າ, ສວນປູກໄມ້ໃຫ້ໝາກ, ປູກຜັກເຮືອນຮົ່ມ, ລ້ຽງງົວ 27 ໂຕ, ແບ້ 21 ໂຕ, ສັດປີ 100 ກວ່າໂຕ ແລະ ລ້ຽງປາ, ກົມກອງມີເງິນກອງທຶນ 93.421.000 ກີບ. ໄດ້ປະຕິບັດນະໂຍບາຍຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນເວລາສຸກເສີນ, ພະນັກງານ-ນັກຮົບໄດ້ຮັບຍົກລະດັບທາງດ້ານວິຊາສະເພາະໄລຍະສັ້ນ, ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດ.

ໂອກາດນີ້ ຜູ້ຕາງໜ້າບັນດາຂະແໜງການຄະນະຂອງທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ປະກອບຄຳເຫັນໃນການປະຕິບັດໜ້າທີ່ວຽກງານສະເພາະດ້ານ ຂອງກຳລັງທະຫານຊາຍ 251 ໃນໄລຍະຜ່ານມາ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຄະນະພັກຄະນະບັນຊາຍາດມາໄດ້ ທີ່ມີຜົນສຳເລັດອັນໃຫຍ່ຫຼວງ.

ທ່ານເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ໄດ້ເນັ້ນໃຫ້ຄະນະພັກຄະນະບັນຊາ ຈົ່ງໄດ້ຖືເອົາວຽກງານພັກ-ພະນັກງານເປັນຕົ້ນຕໍ່, ປະຕິບັດລະບຽບວິໄນຢ່າງເຂັ້ມງວດທາງດ້ານວິຊາສະເພາະ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ປະສານສົມທົບຮັດແໜ້ນຄວາມສາມັກຄີກັບກຳລັງຫຼວງ, ອຳນາດການປົກຄອງບ້ານ ກໍ່ຄືພໍ່ແມ່ປະຊາຊົນ ໃນການປະຕິບັດໜ້າທີ່ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດທີ່ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ລົງພົບໂອລົມຄະນະພັກຄະນະບັນຊາກອງຮ້ອຍທະຫານຊາຍແດນ 251 ໃນຄັ້ງນີ້ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜື່ງ ເປັນຕົ້ນແມ່ນເຂົ້າສານ, ໝີ່ສຳເລັດຮູບ, ປາກະປອງ, ອຸປະກອນກິລາ ແລະ ເຄື່ອງນູ່ງຫົ່ມ ມາມອບໃຫ້ ເພື່ອເປັນການຊຸກຍູ້ໃຫ້ກຳລັງໃນການປະຕິບັດໜ້າທີ່ວຽກງານ.

ຈາກນັ້ນໃນເວລາຕໍ່ມາຂອງວັນດຽວກັນ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະຍັງໄດ້ລົງພົບປະພ້ອມນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ເຈົ້າໜ້າທີ່ທີ່ປະຕິບັດວຽກງານຢູ່ດ່ານປະເພນີທອງມີໄຊ, ກອງກໍ່ສ້າງຮາກຖານ 921 ແລະ ລົງພົບປະພະນັກງານແພດ-ໝໍທີ່ປະຈຳຢູ່ສຸກສາລາ ບ້ານທອງມີໄຊ.

About admins14