ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ປະທານບໍລິສັດຢາງຊູບເປີເຈືອງຝາດ

ໃນວັນທີ 26 ກໍລະກົດ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ການມາເຄືອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊຂອງ ທ່ານ ຟ້າມກວາງຈິງ ປະທານບໍລິສັດຢາງຊູເປີເຈືອງຝາດ ຈາກ ສສ ຫວຽດນາມ.

ໂອກາດດັງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູ່ງ ຕໍ່ກັບການມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ ຂອງທ່ານປະທານບໍລິສັດ ພ້ອມດ້ວຍຄະນະ, ພ້ອມກັນນັ້ນທ່ານຍັງໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ເປັນຕົ້ນແມ່ນຂອບເຂດທີ່ຕັ້ງຂອງແຂວງ, ການພັດທະນາພື້ນຖານໂຄງລ່າງທີ່ມີໃນປະຈຸບັນ, ແຜນພັດທະນາໃນອານາຄົດຂອງບັນດາວຽກງານໃນດ້ານຕ່າງໆ, ການຮ່ວມມືກັບບັນດາແຂວງໃກ້ຄຽງ ແລະ ຕ່າງປະເທດ.

ຈາກນັ້ນ ທ່ານປະທານບໍລິສັດ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນໍາຂອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມກັນນັ້ນ ທ່ານຍັງໄດ້ລາຍງານສະພາບລວມໂດຍຫຍໍ້ຂອງບໍລິສັດ ແລະ ຈຸດປະສົງ ເປົ້າໝາຍໃນການມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ ວ່າເພຶ່ອເປັນການປຶກສາຫາລືກັບບັນດາພະແນກການທີ່ກ່ຽວຂ້ອງ ໃນການປະສານງານການຮ່ວມມື້ໃນດ້ານຕ່າງໆຮ່ວມກັນໃນຕໍ່ໜ້າ, ເພຶ່ອແນ່ໃສເຮັດໃຫ້ບໍລິສັດໄດ້ຮັບການສ້າງຕັ້ງ ແລະ ດໍາເນີນທຸລະກິດໃຫ້ຖືກຕ້ອງຕາມລະບຽບການໃນທຸກໆດ້ານ.

ກຸ່ມບໍລິສັດຫຸ້ນສ່ວນຢາງຊູບເປີເຈື່ອງຝາດ ເປັນໜຶ່ງໃນບັນດາວິສາຫະກິດທີ່ມີຄວາມໄວ້ວາງໃຈໃນຂະແໜງການຢາງ ຢູ່ປະເທດ ສສ ຫວຽດນາມ, ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ພັດທະນາຫຼາຍກວ່າ 10 ປີ, ປັດຈຸບັນ ບໍລິສັດດັ່ງກ່າວແມ່ນມີຄວາມສົນໃຈ ເຂົ້າມາລົງທຶນສ້າງຕັ້ງບໍລິສັດຂຶ້ນຢູ່ເຂດນິຄົມອຸດສະຫະກໍາຂອງແຂວງບໍລິຄໍາໄຊ ໃນເນື້ອທີ່ລວມປະມານ 30 ເຮັກຕາ ເພຶ່ອເປັນຄູ່ຮ່ວມມືຂອງຫຼາຍວິສາຫະກິດພາຍໃນ ແລະ ພາຍນອກປະເທດ.

About admins14