ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ

ໃນວັນທີ 21 ມິຖຸນາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົງ ພ້ອມຄະນະ ເນື່ອງໃນໂອກາດລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານ ວຽງສະຫວັດ ສີພັນດອນ ໄດ້ກ່າວຈຸດປະສົງໃນຄັ້ງນີ້ວ່າ ເພື່ອເປັນການລົງມາຢ້ຽມຢາມ ແລະ ເຮັດວຽກຮ້ວມກັບແຂວງບໍລິຄຳໄຊ ໂດຍສະເພາະແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາວຽກງານໃນໄລຍະຜ່ານມາ, ພ້ອມນັ້ນຍັງເປັນການຊຸກຍູ້, ຕິດຕາມ ບັນດາໂຄງການກໍ່ສ້າງຕ່າງໆພາຍໃນແຂວງ ເປັນຕົ້ນແມ່ນໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ V ບໍລິຄໍາໄຊ-ບຶງການ, ໂຄງການກໍ່ສ້າງເສັນທາງ ແລະ ອື່ນໆ.

ຫຼັງຈາກນັ້ນ ທ່ານເຈົ້າແຂວງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບວຽກງານຈຸດສຸມຂອງແຂວງ ເປັນຕົ້ນແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢ່າງແຂງແຮງ, ການແກ້ໄຂບັນຫາ 4 ເຖື່ອນ, ພ້ອມທັງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍລວມແລ້ວເຫັນວ່າເສດຖະກິດຂອງແຂວງບໍລິຄຳໄຊ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.

ໃນໂອກາດລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົງ ຍັງໄດ້ນຳເຄື່ອງຊ່ວຍເຫຼືອ ປະກອບດ້ວຍເງິນສົດ, ເຄື່ອງນຸ່ງຫົມ, ປື້ມແບບຮຽນ, ອຸປະກອນການສຶກສາ ແລະ ອຸປະກອນກິລາ ລວມມູນຄ່າ 456.995.000 ກີບ ມາມອບໃຫ້ແຂວງບໍລິຄຳໄຊ ເພື່ອໄປມອບຕໍ່ໃຫ້ເມືອງໄຊຈຳພອນ ໃຫ້ກຽດມອບໂດຍ ທ່ານ ວຽງສະຫວັດ ສີພັນດອນ ແລະ ຕາງໜ້າຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ.

About admins14