ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ

ໃນວັນທີ 31 ມີນາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິມ ມູຮົງ (Mr. IM Moohong) ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມຄະນະ ເນື່ອງໃນໂອກາດມາຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ຈຸດປະສົງຂອງການການຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອເຂົ້າຮ່ວມພິທີເປີດໂຄງການຝຶກອົບຮົມ ການພັດທະນາຊົນນະບົດແບບປະສົມປະສານ ( Saemaul Undong training program) ແລະ ຕິດຕາມຄວາມຄືບໜ້າຂອງໂຄງການດັ່ງກ່າວ ພ້ອມທັງເຄື່ອນໄຫວ ເພື່ອປະຕິບັດໜ້າທີ່ການທຸດ ໃນການສົ່ງເສີມການພົວພັນ ແລະ ຮ່ວມມືແລກປ່ຽນໃນຂັ້ນທ້ອງຖິ່ນ.

ໂອກາດດັ່ງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍ ໃນການມາຢ້ຽມຢາມຄັ້ງນີ້ ແລະ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະນາເສດທະກິດ-ສັງຄົມຂອງແຂວງ ເປັນຕົ້ນແມ່ນດ້ານເສດຖະກິດ ແມ່ນມີການຂະຫຍາຍຕົວໃນລະດັບ 6,5%, ລາຍຮັບສະເລ່ຍຕໍ່ຫົວຄົນ 2.060 ໂດລາຕໍ່ຄົນ/ປີ, ສຳລັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ V ຂອງແຂວງ, ແຕ່ປີ 2021-2025 ຈະສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຕົວໃນລະດັບ 5% ຂຶ້ນໄປ ແລະ ສະເລ່ຍລວມຍອດຜະລິດຕະພັນ GDP ໃສ່ພົນລະເມືອງຄາດວ່າຈະບັນລຸ 2.735 ໂດລາ/ຄົນ.

ຫຼັງຈາກນັ້ນທັງສອງຝ່າຍ ກໍ່ຍັງໄດ້ມີການສົນທະນາໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການເພີ່ມສາຍພົວພັນຮ່ວມມືຂອງແຂວງບໍລິຄຳໄຊ ກັບບັນດາແຂວງ ແລະ ເມືອງ ຂອງ ສ.ເກົາຫຼີ, ການລົງທຶນ ໃນຂະແໜງການທີ່ມີທ່າແຮງ, ການພັດທະນາການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ວຽກງານອື່ນໆ.

ເນື່ອງໃນໂອກາດການມາຢ້ຽມຢາມຄັ້ງນີ້ ທ່ານເຈົ້າແຂວງ ຍັງໄດ້ມອບຂອງຂວັນທີ່ລະນຶກ ທີ່ເປັນເອກະລັກປະຈຳແຂວງບໍລິຄຳໄຊ ໃຫ້ແກ່ທ່ານ ອິມ ມູຮົງ ແລະ ຄະນະ, ພ້ອມທັງກ່າວອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ພ້ອມຄະນະ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ເວົ້າລວມ, ເວົ້າສະເພາະ ກໍ່ຄືແຂວງບໍລິຄຳໄຊ ແລະ ບັນດາແຂວງ, ເມືອງ ຂອງ ສ.ເກົາຫຼີ ນັບມື້ນັບໄດ້ຮັບການພັດທະນາຂຶ້ນໄປ.

About admins14