ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບເອກອັກຄະລັດຖະທູດອັງກິດ ປະຈຳລາວ

ໃນວັນທີ 4 ພະຈິກ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອນ ເພຍຊັນ (John Pearson) ເອກອັກຄະລັດຖະທູດສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ພ້ອມຄະນະ ເນື່ອງໃນໂອກາດມາຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ຈຸດປະສົງຂອງການການຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອຢ້ຽມຢາມໂຄງການທີ່ໄດ້ຮັບທຶນຈາກລັດຖະບານອັງກິດ ເປັນຕົ້ນການເກັບກູ້ລະເບີດທີ່ບໍ່ທັນແຕກພາຍໃຕ້ການນຳພາໂດຍ MAG (ກຸ່ມບໍລິສັດທີ່ປຶກສາດ້ານບໍ່ແຮ່) ໃນພື້ນທີ່ ແລະ ປຶກສາຫາລືການຮ່ວມມືລາວ-ອັງກິດ.

ໂອກາດດັ່ງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍ ໃນການມາຢ້ຽມຢາມຄັ້ງນີ້ ແລະ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະນາເສດທະກິດ-ສັງຄົມຂອງແຂວງໃນແຕ່ລະດ້ານ ເປັນຕົ້ນແມ່ນ ດ້ານເສດຖະກິດ ແມ່ນມີການຂະຫຍາຍຕົວໃນລະດັບ 5 – 6,5%, ອັດຕາຄວາມທຸກຍາກຂອງປະຊາກອນແມ່ນຕ່ຳກວ່າ 2%, ວຽກງານການສຶກສາ, ສາທາລະນະສຸກ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່, ປັບປຸງ ແລະ ພັດທະນາ ໃຫ້ດີຂຶ້ນເປັນກ້າວໆ.

ຫຼັງຈາກນັ້ນທັງສອງຝ່າp ກໍ່ໄດ້ມີການສົນທະນາໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສົງຄົມຂອງແຂວງ, ການພັດທະນາການສຶກສາ, ສາທາລະນະສຸກ, ດ້ານການກະສິກຳ ແລະ ວຽກງານອື່ນໆ.

ເນື່ອງໃນໂອກາດການມາຢ້ຽມຢາມຄັ້ງນີ້ ທ່ານເຈົ້າແຂວງ ຍັງໄດ້ມອບຂອງຂວັນທີ່ລະນຶກ ທີ່ເປັນເອກະລັກປະຈຳແຂວງບໍລິຄຳໄຊ ໃຫ້ແກ່ທ່ານ ຈອນ ເພຍຊັນ ແລະ ຄະນະ, ພ້ອມທັງກ່າວອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ພ້ອມຄະນະ ຈົ່ງເດີນທາງກັບສູ່ນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ.

About admins14