ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບການເຂົ້າຢ້ຽມຢາມຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ

ໃນຕອນເຊົ້າຂອງວັນທີ 06 ມັງກອນ 2023 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍໍລິຄຳໄຊ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ລາຍງານຫຍໍ້ກ່ຽວກັບແຂວງບໍລິຄຳໄຊໃນໄລຍະຜ່ານມາວ່າ: ໃນປີ 2022 ເປັນປີທີ່ກຳລັງຟື້ນຟູທາງດ້ານເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ 19, ແຂວງບໍລິຄຳໄຊ ໄດ້ສຸມໃສ່ໃນການພັດທະນາບັນດາພື້ນຖານໂຄງລ່າງ ໂດຍມີ 3 ປັດໃຈຫຼັກ ຄື: ດ້ານບຸກຄະລາກອນ, ກົນໄກ ແລະ ວິທີການ ເຊິ່ງສະແດງອອກຄື ໃນການເກັບລາຍຮັບພູດສູນກາງ ສາມາດປະຕິບັດໄດ້ຫຼາຍກວ່າ 70% ແລະ ພູດທ້ອງຖິ່ນປະຕິບັດໄດ້ 134%, ການຈັດຕັ້ງຂັ້ນຕ່າງໆ ໄດ້ຮັບການປັບປຸງໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ຄວາມທຸກຍາກຖືກຕີຖອຍເທື່ອລະກ້າວ.

ໂອກາດດັ່ງກ່າວ ທີ່ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ທ່ານຍັງໄດ້ມອບກະຕ່າດອກໄມ້ອວຍພອນ ໃຫ້ທ່ານເຈົ້າແຂວງບໍລິຄຳໄຊ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023.

About admins16