ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ໃນຕອນເຊົ້າຂອງວັນທີ 1 ຕຸລາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ເນື່ອງໃນໂອກາດທີ່ໄດ້ລົງມາຢ້ຽມຢາມ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຂອງແຂວງບໍລິຄຳໄຊ.

ໂອກາດດັ່ງກ່າວນີ້ ທ່ານເຈົ້າແຂວງໄດ້ລາຍງານຫຍໍ້ກ່ຽວກັບຜົນສຳເລັດກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ໄດ້ສຳເລັດລົງໃນທ້າຍອາທິດຜ່ານມາ ພ້ອມທັງ ກ່າວຄວາມຂອບໃຈເປັນຢ່າງສູງທີ່ທ່ານລັດຖະມົນຕີກະຊວງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລົງມາຢ້ຽມຢາມໃນຄັ້ງນີ້ ທ່ານເຈົ້າແຂວງ ຍັງໄດ້ກ່າວຕື່ມອີກວ່າ ຄະນະບໍລິຫານງານຊຸດນີ້ ຈະພ້ອມກັນສູ້ຊົນສ້າງສາ ແລະ ພັດທະນາແຂວງບໍລິຄຳໄຊ ໃຫ້ກ້າວຂຶ້ນໄປເລື້ອຍໆ.

About admins16