ເຈົ້າແຂວງຊີ້ນຳຮອບດ້ານ ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ

ເພື່ອເປັນທິດຊີນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ດ້ວຍປະສິດທິຜົນສູງສຸດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລີຄຳໄຊ ໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2020 ແລະ ທິດທາງແຜນການ 2021 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 – 10 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ຜ່ານການສະເໜີລາຍງານ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຫັນວ່າ ຍັງມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກຳຕ່າງໆ ຍັງເຮັດໄດ້ໜ້ອຍ, ການແກ້ໄຂຄວາມທຸກຍາກ-ການພັດທະນາ ເຖິງວ່າບັນລຸໄດ້ຕາມຕາດໝາຍ ແຕ່ກໍ່ຍັງບໍ່ທັນຮັບປະກັນຄວາມໝັ້ນທ່ຽງ ແລະ ຍືນຍົງ, ຄອບຄົວອານາຖາ ຍັງບໍ່ທັງໄດ້ຮັບການຊ່ວຍເຫຼືອເທົ່າທີ່ຄວນ, ການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດ ຍັງມີຄວາມແຕກໂຕນກັນ, ການສ້າງບ້ານໃຫຍ່ໃຫ້ມີສີສັນຄືຕົວເມືອງນ້ອຍຢູ່ເຂດຊົນນະບົດ ຍັງບໍ່ບັນລຸຕາມແຜນ, ການນຳພາສ້າງຕົວແບບໃນແຕ່ລະດ້ານ ຍັງບໍ່ທັນມີໜໍ່ແໜງຫຼາຍປານໃດ, ການຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ບໍ່ທັນເປັນຂະບວນຟົດຟື້ນຕໍ່ເນື່ອງ ແລະ ວຽກງານອື່ນໆ.

ຕໍ່ກັບຂໍ້ຄົງຄ້າງດັ່ງກ່າວ ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາສຳຄັນ ໂດຍສະເພາະແມ່ນ ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ ແລະ ເລິກເຊີ່ງທົ່ວເຖິງ, ແກ້ໄຂບັນຫາ 4 ເຖື່ອນ ຕິດພັນກັບ 9 ຫົວຂ້ໍວິທະຍາສາດຂອງແຂວງ, ແກ້ໄຂບ້ານຫຼໍ່ແຫຼມ ແລະ ຈຸດສຸມໃຈກາງຂອງແຂວງ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປໃນທີ່ສຸດ.

ປັບປຸງລະບົບການເມືອງ-ການປົກຄອງ ໃຫ້ເຕີບໃຫ່ຍເຂັ້ມແຂງ, ກໍ່ສ້າງ ແລະ ຂະຫຍາຍພັກ ຢູ່ໜ່ວຍພັກຮາກຖານບ້ານ ໂດຍສະເພາະແມ່ນແນໃສ່ເພດຍິງ, ໄວໜຸ່ມ ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ, ຊຸກຍູ້ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ່ນ ໃຫ້ທັນເວລາ.

ວຽກງານພັດທະນະນາຊົນນະບົດ ຕ້ອງເອົາໃຈໃສ່ການພັດທະນາໂຄ່ງລ່າງ, ຄຸ້ມຄອງ, ປົກປັກຮັກສາ ສິ່ງປຸກສ້າງທີ່ມີຢູ່ແລ້ວ ໃຫ້ນຳໃຊ້ໄດ້ຄຸ້ມຄ່າ ແລະ ຍາວນານ, ຊຸກຍູ້ປະຊາຊົນບັນດາເຜົ່າ ຜະລິດເປັນສິນຄ້າ ພ້ອມທັງສ້າງເປັນຄອບຄົວຕົວແບບ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຕ້ອງມີຈຸດສຸມ, ມີແຜນການ ແລະ ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ຊຸກຍູ້ນຳພາສ້າງບ້ານໃຫຍ່ສີສັນຕົວເມືອງນ້ອຍໃນຊົນນະບົດ ຢ່າງແຂງແຮງຕາມເງື່ອນໄຂຕົວຈິງ, ຄຸ້ມຄອງ ແລະ ປັບປຸງລະບຽບ ການນຳໃຊ້ກອງທຶນ ໃຫ້ສອດຄ່ອງກັບຈຸດປະສົງເປົ້າໝາຍ ແລະ ທິດຊີ້ນຳ, ເກັບກຳຂໍ້ມູນ ກຸ່ມ ແລະ ສະຫະການອນ ໃຫ້ລະອຽດ, ສະໜອງສິນເຊື່ອໃຫ້ຊາວກະສິກອນບັນດາບ້ານເປົ້າໝາຍ, ບ້ານຈຸດສຸມ ແລະ ບ້ານ 3 ສ້າງ ໃຫ້ຖືກຕ້ອງຕາມເປົາໝາຍ ແລະ ເຂັ້ມງວດດ້ານລະບຽບການ, ວຽກງານ 3 ສ້າງ ໃຫ້ກວດຄືນ ແລະ ສ້າງແຜນລະອຽດ ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ 47 ຕົວຊີ້ບອກ, ຖ້າວ່າດ້ານໃດ, ຕົວຊີ້ບອກໃດບໍ່ບັນລຸ ມອບໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ສ້າງໃຫ້ບັນລຸຕາມເປົາໝາຍ.

ສຳລັບການສ້າງບ້ານເປັນຫົວໜ່ວຍພັດທະນາ ກໍ່ໃຫ້ຈັດຕັ້ງປະຕິບັດຄືກັບການສ້າງເມືອງ, ກວດຄືນການແບ່ງຂັ້ນຄຸ້ມຄອງຕາມ 15 ພະແນກການ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ວຽກງານການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ປະຕິບັດຂະບວນການຕາມສາຍຕັ້ງ ເປັນຕົ້ນການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ການຈັດຕັ້ງປະຕິບັດຕົວເລກ ສະຫະສະຫວັດດ້ານການພັດທະນາ (MDGs) ເດັກຮອດເກນອາຍຸຕ້ອງໄດ້ເຂົ້າໂຮງຮຽນ, ຢູ່ບ້ານຕ້ອງມີໂຮງຮຽນປະຖົມ, ບ້ານ ແລະ ເມືອງຕ້ອງໄດ້ຮັບການປະກາດຈົບຊັ້ນບຳລຸງມັດທະຍົກຕອນຕົ້ນ, ຕອນປາຍ ພາກບັງຂັບ, ຄອບຄົວ ແລະ ບ້ານ ຕ້ອງເປັນແບບຢ່າງດ້ານສາທາລະນະສຸກ, ຄອບຄົວນຳໃຊ້ວິດຖ່າຍ 100%, ໄດ້ໃຊ້ນ້ຳສະອາດ, ເດັກ, ແມ່ຍິງ ແລະ ຜູ້ເຖົ້າ ໄດ້ຮັບການສັກຢາກັນພະຍາດຄົບຖ້ວນ ພ້ອມນີ້ເມືອງຕ້ອງຮັກສານາມມະຍົດເມືອງຢຸດຕິການຖ່າຍຊະຊາຍ, ຊາວໜຸ່ມເມືອງ ຕ້ອງໄດ້ຮັບປະກາດເປັນຊາວໜຸ່ມ 4 ບຸກ, ຄອບຄົວ, ບ້ານ ແລະ ເມືອງ 3 ດີ ຂອງສະຫະພັນແມ່ຍິງ, 5 ເປັນເຈົ້າ ຂອງສະຫະພັນກຳມະບານ, 3 ຮູ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ ແລະ ອົງການແນວລາວເມືອງ ຕ້ອງສ້າງໃຫ້ໄດ້ ຄອບຄົວ ແລະ ເມືອງສາມັກຄີປອງດອງ.

About admins14