ເຈົ້າເມືອງໄຊຈໍາພອນ ລົງພົບປະ ປະຊາຊົນບ້ານກັ່ວງ

ໃນວັນທີ 21 – 22 ມັງກອນ 2022 ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈໍາພອນ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ  ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊົນບ້ານກັ່ວງ  ໂດຍມີອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

 ບ້ານກັ່ວງ  ມີທັງໝົດ 46 ຫຼັງຄາເຮືອນ ມີ 46 ຄອບຄົວ ມີຄອບຄົວປອດຄະດີ ແລະ ວັດທະນະທໍາ 45 ຄອບຄົວ, ສາມັກຄີປອງດອງ 40 ຄອບຄົວ ແລະ ຄອບຄົວພົ້ນທຸກ 32 ຄອບຄົວ, ປະຊາຊົນສ່ວນຫລາຍ ຢຶດຖືອາຊີບເຮັດນາ, ສວນ ແລະ ລ້ຽງສັດໃຫຍ່ຈໍານວນໜື່ງ.

ທ່ານເຈົ້າເມືອງໄຊຈໍາພອນ ໄດ້ມີຄໍາຄິດຄໍາເຫັນຊີ້ນໍາ ພ້ອມແກ້ໄຂຂໍ້ຂ້ອງໃຈຕໍ່ອົງການປົກຄອງ ແລະ ປະຊາຊົນບ້ານກັ່ວງ ເປັນຕົ້ນແມ່ນຄຳສະເໜີຂອງພໍ່ແມ່ປະຊາຊົນ ກ່ຽວກັບການສ້າງເສັ້ນທາງໄປມາ ແລະ ສັນຍານເຄືອຂ່າຍໂທລະສັັບ ທີ່ຍັງເຫັນວ່າ ພົບຄວາມຫຍຸ້ງຍາກຫລາຍ.

ພ້ອມນີ້ ທ່ານໄດ້ຮຽນຮ້ອງໃຫ້ຮັກສາມຸນເຊື້ອຄວາມສາມັກຄີ ທັງພາຍໃນ ແລະ ພາຍນອກຢ່າງສະນິດແໜ້ນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ປັບປຸງບາດກ້າວການດຳເນີນງານ ຂອງບັນດາໜ່ວຍງານຂອງອົງການປົກຄອງບ້ານ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.

ເພື່ອເປັນການຊູກຍູ້ສົ່ງເສີມທາງດ້ານວັດຖຸ ແລະ ຈິດໃຈຕໍ່ປະຊາຊົນ ສະນັ້ນທ່ານເຈົ້າເມືອງໄຊຈໍາພອນກໍ່ໄດ້ນໍາເອົາເຄື່ອງນຸ່ງຮົ່ມຈໍານວນ 46 ມັດມອບໃຫ້ 46 ຄອບຄົວພາຍໃນບ້ານເຊີ່ງຕາງໜ້າໃຫ້ຄອບຄົວ.

About admin11