ເຈົ້າເມືອງປາກຊັນ ລົງຕິດຕາມການກໍ່ສ້າງເຮືອນ ໃຫ້ແກ່ຄອບຄົວທຸກຍາກ

ໃນວັນວັນທີ 12 ພະຈິກ 2021 ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການປຸກສ້າງທີ່ຢູ່ອາໃສ ໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວອະນາຖາ ພາຍໃນເມືອງປາກຊັນ ພ້ອມທັງນຳເອົາເຂົ້າສານໜຽວຈຳນວນ 5 ເປົາ, ເປົາລະ 50 ກິໂລ ໄປຊ່ວຍເຫຼືອຈຳນວນ 5 ຄອບຄົວ ຢູ່ບ້ານນາອ້ອຍໜູ, ບ້ານສົມສະຫວາດ ແລະ ບ້ານໂດນ.

ການປຸກສ້າງທີ່ຢູ່ອາໃສ ໃຫ້ແກ່ຄອບຄົວທຸກຍາກ ແລະ ອະນາຖາ ທີ່ຂາດມາດຖານທີ່ຢູ່ອາໃສພາຍໃນເມືອງປາກຊັນ ແມ່ນມີແຜນຈັດຕັ້ງປະຕິບັດຢ່າງທົ່ວເຖິງ ເພື່ອແນໃສ່ລົບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນເມືອງ ໃຫ້ໄດ້ຮັບການແກ້ໄຂຢ່າງຂາດຕົວ, ໂດຍມີເປົ້າໝາຍສ້າງທີ່ຢູ່ອາໃສໃຫ້ສຳເລັດໃນປີ 2021 ຈຳນວນ 15 ຄອບຄົວ, ມາຮອດປະຈຸບັນ ສຳເລັດ 2 ຫຼັງ, ພວມເລີ່ມລົງມືຈັດຕັ້ງປະຕິບັດຕົວຈິງ 11 ຫຼັງ ແຕ່ລະຫຼັງແມ່ນ ກໍ່-ໂບກ ດ້ວຍປູນຊີເມັນ, ມຸງດ້ວຍກະເບື້ອງ, ສັງກະສີ ແລະ ແຜ່ນອາລູຊິງ.

ສຳລັບແຮງງານໃນການປຸກສ້າງເຮືອນແຕ່ລະຫຼັງ ແມ່ນການປະກອບສ່ວນສ້າງຂະບວນການ ຈາກອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ຂັ້ນແຂວງ ແລະ ແຮງງານຂັ້ນບ້ານ, ສ່ວນວັດຖຸອຸປະກອນຕ່າງໆ ແມ່ນນຳໃຊ້ຈາກການຊ່ວຍເຫຼືອ ຈາກບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ປະກອບສ່ວນ ແລະ ໃຫ້ຊ່ວຍເຫຼືອ.

About admins14