ເຈົ້າເມືອງປາກກະດິງ ລົງຕິດຕາມການຫາສຽງ ຂອງຜູ້ສະໝັກ ສສຂ

   

ໃນວັນທີ 16 ກຸມພາ 2021 ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ໄດ້ລົງຕິດຕາມການລົງເຄື່ອນໄຫວຫາສຽງ ຢູ່ທີ່ ບ້ານນານ້ຳ ຂອງຜູ້ສະຫມັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງເມືອງປາກກະດິງ.

ເຊີ່ງໃນໂອກາດລົງຕິດຕາມຄັ້ງນີ້, ທ່ານຍັງໃຫ້ກຽດໂອ້ລົມກັບພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາ ໂດຍທ່ານໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນມີສະຕິລະວັງຕົວ ຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫວັງກໍ່ຄວາມບໍ່ສະຫງົບ ຕໍ່ປະເທດຊາດບ້ານເມືອງຂອງພວກເຮົາ, ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດ, ຫນ້າທີ່ ແລະ ພັນທະຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນຂອງຕົນ ກໍ່ຄືສະມາຊິກສະພາ ທີ່ຈະໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 21 ກຸມພາ 2021 ໃນມໍ່ໆນີ້.

 ໃນໂອກາດດຽວກັນນີ້, ດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ປະຊາຊົນຄອບຄົວທີ່ຍັງທຸກຍາກ ທ່ານຍັງໄດ້ນຳເອົາເຄື່ອງນຸ່ງ ຈຳນວນ 3 ແກັດ ມອບໃຫ້ອຳນາດການປົກຄອງບ້ານນານຳ້ ເພື່ອນຳໄປມອບຕໍ່ໃຫ້ກັບຄອບຄົວທີ່ຍັງທຸກຍາກຂາດເຂີນພາຍໃນບ້ານ, ເປັນການແກ້ໄຂບັນເທົາທຸກໃນເບື້ອງຕົ້ນ ແລະ ທ່ານເຈົ້າເມືອງປາກກະດິງ ພ້ອມດ້ວຍຜູ້ສະຫມັກ ສສຂ ຍັງໄດ້ລົງຢ້ຽມຢາມ ຄອບຄົວທ້າວພອນ ແກ້ວນ້ຳ, ຄອບຄົວນາງຫັນ ແກ້ວນ້ຳ ແລະ ຄອບຄົວນາງແມ້ງ ແກ້ວນ້ຳ ຢູ່ບ້ານນານ້ຳ ທີ່ຍັງທຸກຍາກອານາຖາ ເພື່ອຫາທາງອອກ, ພ້ອມທັງຊ່ວຍເຫລືອໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນຕາມເງື່ອນໄຂ ແລະ ທ່າແຮງທີ່ເຫມາະສົມ.

About admin11