ເຈົ້າເມືອງທ່າພະບາດ ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວອານາຖາ

ໃນວັນທີ  3 ກຸມພາ 2022 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງອຸປະກອນ ທີ່ຈໍາເປັນໃນປຸກສ້າງເຮືອນ ໃຫ້ກັບຄອບຄົວອານາຖາ ແມ່ຕູ້ດີ ບ້ານ ຫາດໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ຊີມັງ 5 ໂຕ່ນ, ວົງກົບ ແລະ ບານປະຕູ 5 ຊຸດ, ວົງກົບ ແລະ ບານປ໋ອງຢ້ຽມ 8 ຊຸດ, ດີນບ໋ອກ 1.200 ກ້ອນ, ກະເບື້ອງ 180 ແຜ່ນ ແລະ ອຸປະກອນອື່ນໆອີກຈໍານວນໜຶ່ງ ລວມມູນຄ່າ 14.799.000 ກີບ.

ຈຸດປະສົງ ກໍ່ເພື່ອໃຫ້ມີເຮືອນຢູ່ທີ່ແໜ້ນໜາໝັ້ນຄົງ ແລະ ຊີວິດການເປັນຢູ່ໄດ້ຮັບປັບປຸງ – ປົວແປງດີຂຶ້ນເທື່ອລະກ້າວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນແຜນພັດທະນາເສດຖະກິດສັງຄົມ  ແລະ ພັດທະນາຊົນນະບົດ – ລືບລ້າງຄວາມທຸກຍາກ ໄປຕາມທິດວຽກງານສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ປາກົດຜົນເປັນຈິງ.

        ໂອກາດລົງມາຄັ້ງນີ້ທ່ານ ສົມສົດ ແສງອາພອນ ຍັງໄດ້ ມອບຜ້າຢາງ ເພື່ອຮັບໃຊ້ໃນການຜະລິດພຶດຜັກໃຫ້ກັບຄອບຄົວຕົວແບບ ຂອງບ້ານ ມູນຄ່າ 5.600.000 ກີບ ຕ່າງໜ້າຮັບໂດຍ ອຳນາດການປົກຂອງບ້ານ ຫາດໄຊ.

 

About admin11