ເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຄັນຊາ ຖືກຈັບມາດໍາເນີນຄະດີ

ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ເວລາ 7 ໂມງ 30 ນາທີ ຂອງວັນທີ 1 ທັນວາ 2022 ໄດ້ມີພົນລະເມືອງດີລາຍງານວ່າ: ຈະມີຄົນບໍ່ດີເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດປະເພດຄັນຊາ ຢູ່ເຂດບ້ານ ປາກກະດິງເໜືອ ເມືອງປາກກະດິງ, ດັ່ງນັ້ນ ຈຶ່ງໄດ້ຈັດຕັ້ງກໍາລັງເຈົ້າໜ້າທີ່ວິຊາສະເພາະ ລົງສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ 1 ປາກກະດິງ ລົງກວດກາຂໍ້ມູນແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງ, ຮອດເວລາ 9 ໂມງ ຂອງວັນດຽວກັນກໍ່ພົບເຫັນເປົ້າໝາຍພວມເຄື່ອນຍ້າຍຢາເສບຕິດ ອອກຈາກບໍລິສັດຂົນສົ່ງແຫ່ງໜຶ່ງ ໄປຍັງເຮືອນຂອງຜູ້ກ່ຽວ, ເຈົ້າໜ້າທີ່ຈຶ່ງເຂົ້າກັກຕົວຜູ້ຖືກຫາ ຊື່ ທ້າວ ໂອບີ່ ອາຍຸ 21 ປີ ປະຊາຊົນຢູ່ບ້ານ ປາກກະດິງເໜືອ ເມືອງ ປາກກະດິງ ພ້ອມຂອງກາງປະເພດຄັນຊາແຫ້ງອັດແທ່ງ ຈໍານວນ 101 ແທ່ງ, ນໍ້າໜັກ 105 ກິໂລກຼາມ ມາດໍາເນີນຄະດີຕາມກົດໝາຍ.

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ທ້າວ ໂອບີ່ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ຮ່ວມກັບຜູ້ຮ່ວມຂະບວນການຢູ່ ເມືອງ ຄໍາເກີດ ແລະ ຢູ່ບ້ານປາກກະດິງເໜືອ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດປະເພດຄັນຊາມາແລ້ວ 3 ຄັ້ງ ເຊິ່ງແຕ່ລະຄັ້ງແມ່ນຜູ້ຮ່ວມຂະບວນການຢູ່ເມືອງຄໍາເກີດ ໄດ້ຝາກຄັນຊາຜ່ານບໍລິສັດຂົນສົ່ງແຫ່ງໜຶ່ງມາລົງທີ່ສາຂາບ້ານ ປາກກະດິງເໜືອ, ຈາກນັ້ນ ຜູ້ກ່ຽວກໍ່ໄດ້ສົ່ງໄປໃຫ້ຜູ້ຮ່ວມຂະບວນການຢູ່ປະເທດໃກ້ຄຽງ, ຄັ້ງສຸດທ້າຍກໍ່ຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຈໍານວນດັ່ງກ່າວມາດໍາເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງໄດ້ກ່າວວ່າ: ຄະດີດັ່ງກ່າວເຈົ້າໜ້າທີ່ຈະເອົາໃຈໃສ່ສືບສວນ-ສອບສວນຕໍ່ທ້າວ ໂອບີ່ ເພື່ອສະຫຼຸບສໍານວນຄະດີສົ່ງອົງການໄອຍະການປະຊາຊົນ ເພື່ອສົ່ງຟ້ອງສານຕັດສິນ ແລະ ຂະຫຍາຍຜົນຫາພັກພວກທີ່ຮ່ວມຂະບວນການດຽວກັນ ມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

About admins14