ເຄື່ອນຍ້າຍ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ມາສະຖິດໄວ້ຫໍບູຊາຂອງແຂວງ

   

ພິທີ ເຄືອນຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ  ທີ່ຂຸດຄົ້ນໄດ້ຢູ່ 2 ເມືອງ ຂອງແຂວງ ຄື: ເຂດເມືອງວຽງທອງ ແລະ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ ເພຶ່ອນໍາມາເກັບໄວ້ທີຫໍບູຊາອັດຖິຂອງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ເວລາ 6 ໂມງ 00 ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມພິທີເຄື່ອນຍ້າຍອັດຖິດັ່ງກ່າວຂອງທ່ານ ວັນວິໄລ ແດນພູຫຼວງ ຫົວໜ້າຄະນະປະຕິບັດງານພິເສດແຂວງ ບໍລິຄໍາໄຊ, ມີບັນດາການນໍາຂອງແຂວງ – ເມືອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດຄະນະປະຕິບັດງານພິເສດທັງສອງຝ່າຍ ລາວ ແລະ ຫວຽດນາມ ເຂົ້້າຮ່ວມ.

ໃນພິທີ ຜູ້ຕ່າງໜ້າຈາກຄະນະປະຕິບັດງານພິເສດ ທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານ ຊອກຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ປະຈໍາລະດູແລ້ງສົກປີ 2021 – 2022  ໃຫ້ກັບຜູ້ເຂົ້າຮ່ວມໄດ້ຮັບຊາບ ເປັນຕົ້ນແມ່ນ  ການຊອກຫາຂໍ້ມູນແຫຼ່ງຂ່າວໃນດ້ານຕ່າງໆ ທີເກັບກໍາໄດ້ຢູ່ບັນດາທ້ອງຖິ່ນຮາກຖານ, ຂໍ້ຫຍຸ້ງຍາກໃນການເຂົ້າຂຸດຄົ້ນແຕ່ລະສະຖານທີ່ ລ້ວນແຕ່ຢູ່ເຂດຫ່າງໄກ ເຊິ່ງຍາກຕໍ່ການເຂົ້າເຖິງ ແລະ ຂໍ້ມູນບາງບ່ອນແມ່ນມີການຄາດເຄື່ອນເນື່ອງຈາກສະພາບແວດລ້ອມທີປ່ຽນໄປ, ຜົນກະທົບຈາກເຊື້ອພະຍາດໂຄວິດ 19 ທີ່ມີຕໍ່ກັບການຈັດຕັ້ງປະຕິບັດວຽກງານ ແລະ ອື່ນໆ.

ເຊິ່ງໃນລະດູແລ້ງປະຈໍາສົກປີ 2021- 2022 ຄະນະປະຕິບັດງານພິເສດສາມາດຊອກຫາຂຸດຄົ້ນອັດຖິ ໄດ້ທັງໝົດຈໍານວນ 3 ອັດຖິ ໃນນີ້ ຂຸດຄົ້ນໄດ້ຢູບ້ານ ນາເມືອງ ເມືອງ ຄໍາເກີດ 2 ອັດຖິ ແລະ ຂຸດຄົ້ນໄດ້ 1 ອັດຖິ ຢູ່ທີບ້ານ ອຸດົມໄຊ ເມືອງ ວຽງທອງ.

        ໂອກາດດັ່ງກ່າວ ທ່ານ ວັນວິໄລ ແດນພູຫຼວງ ຍັງໄດ້ກ່າວສະແດງຄວາມຍ້ອງຊົມເຊີຍ ມາຍັງຄະນະປະຕິບັດງານພິເສດທັງສອງຝ່າຍ ຕະຫຼອດຮອດຄະນະຊີ້ນໍາວຽກງານທີ່ກ່ຽວຂ້ອງຂັ້ນແຂວງ – ເມືອງ ແລະ ພາກສ່ວນຕ່າງໆ  ທີ່ໄດ້ເອົາໃຈໃສ່ ສຸມສະຕິປັນຍາ ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມບຸກບືນ ແລະ ມີຜົນສໍາເລັດຕາມການມອບໝາຍຕະຫຼອດໄລຍະຜ່ານມາ.  ຫຼັງຈາກນັ້ນໃນພິທີ ບັນດາແຂກທີ່ເຂົ້າຮ່ວມ   ຍັງໄດ້ຈູດທູບບູຊາໄຫ້ວອາໄລ ພ້ອມທັງຮ່ວມຈັດສົ່ງ ແລະ ເຄື່ອນຍ້າຍ ອັດຖິຈຳນວນດັ່ງກ່າວ  ໄປໄວ້ຫໍບູຊາທີ່ແຂວງກໍານົດໄວ້ ເພຶ່ອກະກ່ຽມຈັດສົ່ງກັບຄືນປະເທດໃນຕໍ່ໜ້າ.

About admin11