ເກີດເຫດໄຟໄໝ້ຮ້ານຄາລາໂອເກະ ທີ່ເມືອງປາກຊັນ

ເກີດເຫດການບໍ່ຄາດຄິດ ໃນຕອນເຊົ້າຂອງວັນທີ 16 ມີນາ 2021 ນີ້ ເວລາປະມານ 8 ໂມງ ໄດ້ເກີດປະກາຍໄຟຂື້ນຮ້ານຄາລາໂອເກະຫົງໄຊຄໍາ ຢູ່ແຄມທາງເລກທີ່ 4 B ບ້ານຫົງໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ.

ຕາມການລາຍງານຂອງ ທ່ານ ພັນຕີ ສົມພັນ ຂຸນອຸດົມ ຮອງພະແນກສະກັດກັ້ນ ແລະ ມອດໄຟ ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ໃນເວລາປະມານ 8ໂມງ 00 ເຈົ້າໜ້າທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ໄດ້ເກີດເຫດການໄຟໄໝ້ຮ້ານຄາລາໂອເກະຫົງໄຊຄໍາ ພາຍຫຼັງໄດ້ຮັບແຈ້ງດັ່ງກ່າວແລ້ວ ເຈົ້າໜ້າທີ່ກໍ່ໄດ້ລະດົມກໍາລັງອ້າຍນ້ອງພາຍໃນພະແນກ ພ້ອມດ້ວຍພາຫະນະລົດດັບເພີງຈໍານວນ 2 ຄັນ ມາຮອດຈຸດເກີດເຫດຢ່າງຮີບດ່ວນ ເພື່ອມອດໄຟ, ຈົນມາຮອດເວລາປະມານ 8 ໂມງ 30 ຈື່ງສາມາດຄວບຄຸມໄຟໄວ້ໄດ້ ເຊິ່ງທາງໃນຂອງຮ້ານຄາລາໂອເກະໄດ້ຮັບຜົນເສຍຫາຍ, ສ່ວນສາເຫດໃນການເກີດເຫດໄຟໄໝ້ໃນຄັ້ງນີ້ ແມ່ນຢູ່ໃນຂັ້ນຕອນສືບສວນສອບສວນຂອງເຈົ້າໜ້າທີ່ ແລະ ຍັງບໍ່ສາມາດປະເມີນມູນຄ່າຄວາມເສຍຫາຍໄດ້.

About admins14