ເກີດເຫດໄຟໄໝ້ກຸດຕິ ວັດໂພໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 15 ມີນາ 2022 ໄດ້ເກີດເຫດໄຟໄໝ້ກຸດຕິວັດໂພໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເຮັດໃຫ້ເກີດຄວາມເສຍຫາຍໝົດຫຼັງ ຈາກເຫດການໃນຄັ້ງນີ້.

ຕາມການໃຫ້ສຳພາດຂອງທ່ານ ຄອນສະຫວັນ ຈະເລີນສຸກ ຮອງພະແນກສະກັດກັ້ນຕ້ານອັກຄີໄພ ປກສ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໃນເວລາ 7:40 ໂມງ ໄດ້ເກີດເຫດໄຟໄໝ້ກຸດຕິວັດບ້ານ ໂພໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ຈຳນວນ 1 ຫຼັງ ເປັນອາຄານ 2 ຊັ້ນ, ຊັ້ນລຸ່ມແມ່ນເປັນຝາປູນ ແລະ ຊັ້ນເທິງແມ່ນເປັນຝາໄມ້ ມຸງດ້ວຍອາລູຊິ່ງ ຂະໜາດ 25 X 20, ເຈົ້າໜ້າທີ່ ຕ້ອງໄດ້ໃຊ້ລົດດັບເພີງເຖິງ 5 ຄັນ ແລະ ປະຊາຊົນຈຳນວນໜຶ່ງ ເຂົ້າຊ່ວຍໃນການມອດໄຟ ເປັນເວລາ 2 ຊົ່ວໂມງ ຈຶ່ງສາມາດມອດໄຟໄດ້.

ທ່ານ ຍັງກ່າວຕື່ມອີກວ່າ ສຳລັບສາເຫດຂອງໄຟໄໝ້ ແລະ ມູນຄ່າຂອງການເສຍຫາຍໃນຄັ້ງນີ້ ຍັງລໍຖ້າການສືບສວນຂອງເຈົ້າໜ້າທີ່ຢ່າງລະອຽດ ແລະ ຜູ້ໄດ້ຮັບບາດເຈັບຈາກເຫດໄຟໄໝ້ແມ່ນບໍ່ມີ.

About admins16