ຮ້ານຂາຍເຄື່ອງວັດທະນາ ມອບເຄື່ອງກິລາ 100 ຊຸດ ໃຫ້ພະແນກ ຖວທ ແຂວງ 100 ຊຸດ

ເພື່ອເປັນການສະເຫຼີມສະຫຼອງວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ມາໃນວັນທີ 13 ສິງຫາ 2020 ຮ້ານຂາຍເຄື່ອງວັດທະນາ ໄດ້ມອບເອົາເຄື່ອງກິລາຈຳນວນ 100 ຊຸດ ມູນຄ່າ 4 ລ້ານກ່ວາກີບ ໃຫ້ແກ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໃຫ້ກຽດມອບໂດຍທ່ານນາງ ລວນ ເຈົ້າຂອງຮ້ານຂາຍເຄື່ອງວັດທະນາ, ກ່າວຮັບໂດຍ ທ່ານ ສົນທອງ ວີບຸນກ້ວາງ ຮອງຫົວໜ້າພະແນກ ຖວທ ແຂວງ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ສົນທອງ ວີບຸນກວ້າງ ກໍ່ໄດ້ກ່າວຄຳຂອບໃຈ ທີ່ຮ້ານດັ່ງກ່າວ ເຫັນໄດ້ເຖິງຄວາມສຳຄັນຂອງວັນສື່ມວນຊົນ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຂອງພັກ-ລັດ ກໍ່ຄືຂອງພະແນກ ຖວທ ແຂວງ ພ້ອມນີ້ ຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນການສ້າງຂະບວນການທີ່ແຂວງ ແລະ ພະແນກການຕ່າງໆຈັດຂຶ້ນ.

About admins16