ຮູ້ແລ້ວບໍ່ 3 ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູ ຫຼຸດລົງ ຈາກ 45 ເປັນ 40 ພັນກີບ

ຄະນະອານຸກໍາມະການຕິດຕາມຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເພື່ອປັບລາຄາຊື້-ຂາຍໝູລົງ ຈາກ 45.000 ເປັນ 40.000 ກີບ ທ່ານ ໄຊຍະສິດ ຈັນທະວົງສາ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກຊັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 9 ກໍລະກົດ 2021 ຢູ່ຕະຫຼາດປາກຊັນໃໝ່ ເມືອງປາກຊັນ.

ໄລຍະຜ່ານມາ ຄະນະອານຸກໍາມະການຕິດຕາມຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນເມືອງ ໄດ້ຈັດກອງປະຊຸມ ຄົ້ນຄວ້າປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ກຽວກັບຕົ້ນທືນການລ້ຽງ ແລະ ຄ່າສິ້ນເປືອງການຜະລິດ ຂອງໜ່ວຍງານກະສິກໍາ ແລະ ປ່າໄມ້ເມືອງ, ຄົ້ນຄ້ວາຄ່າສິ້ນເປືອງຢູ່ທ້ອງຕະຫຼາດຈໍານວນໜຶ່ງ ແລະ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງຄ່າສິ້ນເປືອງການລ້ຽງ, ຄ່າສິ້ນເປືອງຢູ່ໃນທ້ອງຕະຫຼາດ ແລະ ມາເຖິງວັນທີ 1 ກໍລະກົດ 2021 ເຫັນດີໃຫ້ປັບລາຄາຊື້-ຂາຍໝູລົງ ລາຍລະອຽດ ມີຄື: ລາຄາຊື້ຂາຍໝູພັນຊີ້ນ (ໝູຢືນ) ຢູ່ໜ້າຟາມຂາຍໃນລາຄາບໍ່ເກີນ 27.000 ກີບ/ກິໂລ, ລາຄາຊື້ຂາຍໝູພັນຊອດ ທີ່ພໍ່ແມ່ປະຊົນລ້ຽງທົ່ວໄປ ລາຄາຂາຍຕໍ່າສຸດບໍ່ໃຫ້ຫຼຸດ 25.000ກີບ/ກິໂລ ແລະ ລາຄາຂາຍຫຍ່ອຍຊີ້ນລວມ ຢູ່ຕະຫຼາດໃນເມືອງປາກຊັນ ໃຫ້ຂາຍໃນລາຄາບໍ່ເກີນ 40.000ກີບ/ກິໂລ.

ສາເຫດທີ່ພາໃຫ້ລາຄາຂາຍຊີ້ນ ຢູ່ຕະຫລາດພາຍໃນເມືອງປາກຊັນປັບລົງ ແມ່ນຍ້ອນ ໄລຍະທີ່ພະຍາດໂຄວິດ-19 ກໍາລັງລະບາດ ລັດຖະບານໄດ້ມີນະໂຍບາຍປັບຄ່າໄຟຟ້າລົງໃນອັດ 3% ເຮັດໃຫ້ຕົ້ນທຶນໃນການຜະລິດຂອງຊາວກະສິກອນຫຼຸດລົງ, ລັດຖະບານໄດ້ສະໜອງທຶນກູ້ຢືມເງິນໃນອັດຕາດອກເບ້ຍຕໍ່າ (ກອງທຶນ SME) ໂດຍບວກກັບເງື່ອນໄຂ ເເລະ ເປັນໂອກາດໃນການດໍາລົງຊີວິດຕາມວິຖີຊີວີດແບບໃໝ່ (New Normal) ບັນດາຜູ້ປະກອບການຈໍານວນໜຶ່ງ ໄດ້ປັບສະຖານະພາບການລົງທຶນ ເພື່ອຕອບນະໂຍບາຍໃຫ້ເກີດປະໂຫຍດສູງສຸດ.

ໃນປະຈຸບັນ ຜູ້ປະກອບການລ້ຽງໝູພາຍໃນເມືອງປາກຊັນໄດ້ມີທ່າອ່ຽງ ຂະຫຍາຍຕົວເພີ່ມຂຶ້ນຈາກ 5 ຟາມ ເປັນ 7 ຟາມ ເຊິ່ງເຮັດໃຫ້ມີປະລິມານສາມາດຕອບສະໜອງ ກັບຄວາມຕ້ອງການຂອງຕະຫຼາດພາຍໃນເມືອງປາກຊັນ ແລະ ຜູ້ປະກອບການ ໄດ້ຫັນມາລ້ຽງໝູແມ່ພັນ ເພື່ອຜະລິດລູກລ້ຽງເອງ ແລະ ປະສົມຫົວອາຫານເອງ ເຮັດໃຫ້ຕົ້ນທຶນການຜະລິດໝູນ້ອຍ ແລະ ຫົວອາຫານຫຼຸດລົງ.

ຮອງຫົວໜ້າຫ້ອງການ ອຄ ເມືອງປາກຊັນ ຍັງໄດ້ຮູ້ຕື່ມອີກວ່າ ໃນໄລຍະນີ້ແມ່ນໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຕົ້ນທຶນການລ້ຽງ ແລະ ຄ່າສິ້ນເປືອງການຜະລິດ, ຄ່າສິ້ນເປືອງຢູ່ທ້ອງຕະຫຼາດ ປະເພດປານີນ ເພື່ອຈະນຳໄປຄົ້ນຄວ້າ ແລະ ປຶກສາຫາລື ໃນການປັບລາຄາໃນຕໍ່ໜ້າ, ສ່ວນສິນຄ້າອື່ນໆ ຍັງບໍ່ໄດ້ມີການປ່ຽນແປງ ຍັງຄົງໃຫ້ເປັນໄປຕາມກົນໄກຂອງຕະຫຼາດ.

About admins14