ຮາກຖານພັກຫ້ອງວ່າການແຂວງ ປະເມີນຜົນ ຕີລາຄາແບ່ງປະເພດສະມາຊິກພັກ 6 ເດືອນຕົ້ນປີ

ກອງປະຊຸມການປະເມີນຜົນ ຕີລາຄາແບ່ງປະເພດສະມາຊິກພັກ 6 ເດືອນຕົ້ນປີ 2022 ທົ່ວຄະນະພັກຮາກຖານຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດຂຶ້ນວັນທີ 28 ມີຖຸນາ 2022 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ສົມໃຈ ຄຸນພະໄຊ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ມີຄະນະພັກຮາກຖານ ແລະ ສະມາຊິກພັກ – ພະນັກງານວິຊາການພາຍໃນ ເຂົ້າຮ່ວມ.

ສະຫາຍເລຂາຄະນະພັກຮາກຖານ ພ້ອມດ້ວຍຄະນະ ຍັງໄດ້ຜັດປ່ຽນກັນຂຶ້ນຜ່ານເອກະສານສໍາຄັນຕ່າງໆຂອງພັກ ເຊິ່ງໃນນີ້ປະກອບມີ: ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ເລກທີ 506 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງແຂວງ ເລກທີ 569 ວ່າດ້ວຍການແນະນໍາຮ່າງທາບທາມຄໍາເຫັນສົ່ງຂ່າວ ຮ່າງຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກ ແລະ ເອກະສານທີ່ສໍາຄັນຕ່າງໆອີກຈໍານວນໜຶ່ງ.

ພ້ອມກັນນັ້ນ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ການຊີ້ນໍານໍາພາວຽກງານຮອບດ້ານ ຂອງຄະນະພັກຮາກຖານ ຫ້ອງວ່າການແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ໂອກາດດັ່ງກ່າວ ສະຫາຍເລຂາຄະນະພັກຮາກຖານ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກພາຍໃນຮາກຖານ ຈົ່ງໄດ້ໃຫ້ຄວາມສໍາຄັນ ພ້ອມທັງຖືເອົາການປະເມີນຜົນ ຕີລາຄາແບ່ງປະເພດສະມາຊິກພັກ 6 ເດືອນຕົ້ນປີ 2022 ທົ່ວຄະນະພັກຮາກຖານຫ້ອງວ່າການແຂວງໃນຄັ້ງນີ້ ເປັນການຕີລາຄາຄືນຜົນງານການນຳພາ – ຊີ້ນຳ, ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ສາມາດຖອດຖອນໄດ້, ຖືເອົາການສ່ອງແສງກໍ່ສ້າງເຊີ່ງກັນ ແລະ ກັນ ເປັນການສົ່ງເສີມຈຸດດີ ແກ້ໄຂຈຸດອ່ອນຂໍ້ຄົ້ງຄ້າງ ພ້ອມທັງລົງຄະແນນຕີລາຄາແບ່ງປະເພດ ໃຫ້ຕົນເອງ ແລະ ໝູ່ຄະນະ ໂດຍອີງໃສ່ບັນດານິຕິກໍາ – ຄໍາສັ່ງແນະນໍາຕ່າງໆ ທີ່ໄດ້ເຊື່ອມຊືມ.

ຈຸດປະສົງ ເພື່ອແນ່ໃສພ້ອມກັນປັບປຸງ ເຮັດໃຫ້ວຽກງານການຈັດຕັ້ງພັກພາຍໃນຮາກຖານ ມີບາດກ້າວຂະຫຍາຍຕົວ ເຂັ້ມແຂງໜັກແໜ້ນຂຶ້ນໄປເລື່ອຍໆ.

About admins14