ຮາກຖານພັກພະແນກ ຖວທ ແຂ່ງຂັນກິລາສະຫຼອງວັນຊາດ ຄົບຮອບ 45 ປີ ແລະ ຊົມເຊີຍຜົນສຳເລັດບັ້ນດຳເນີນຊີວິດການເມືອງ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ແລະ ຊົມເຊີຍຜົນສຳເລັດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນວັນທີ 11 ທັນວາ 2020 ຮາກຖານພັກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາເປຕັ່ງຂຶ້ນ ຢູ່ເດີ່ນເປຕັ່ງຂອງຕົນ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ອຸດອນ ສອນສຸລິນ ວ່າການເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະພັກ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ການແຂ່ງຂັນແມ່ນເປັນປະເພດທີມປະສົມຍິງ-ຊາຍ ເຊີ່ງປະກອບດ້ວຍ 5 ທີມ ຈາກ 5 ໜ່ວຍພັກເຂົ້າຮ່ວມແຂ່ງຂັນ ຄື: ທີມໜ່ວຍພັກສະຖານີວິທະຍຸ-ໂທລະພາບ, ໜ່ວຍພັກຖະແຫຼງຂ່າວ, ໜ່ວຍພັກວັດທະນະທຳ, ໜ່ວຍພັກທ່ອງທ່ຽວ ແລະ ທີມໜ່ວຍພັກບໍລິຫານ.

ການແຂ່ງຂັນດຳເດີນໄປດ້ວຍບັນຍາກາດຟົວຟື້ນມ່ວນຊື່ນ ເຕັມໄປດ້ວຍຄວາມສາມັກຄີຮັກແພງເຊີ່ງກັນ ແລະ ກັນ, ໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມໜ່ວຍພັກຖະແຫຼງຂ່າວ ທີ່ເອົາຊະນະ ທີມໜ່ວຍພັກສະຖານີວິທະຍຸ-ໂທລະພາບ ມາໄດ້ດ້ວຍຄະແນນ 9 ຕໍ່ 7 ຄະແນນ ພົບກັບ ທີມໜ່ວຍພັກວັດທະນະທຳ ທີ່ເອົາຊະນະທີມໜ່ວຍພັກບໍລິຫານ ມາໄດ້ດ້ວຍຄະແນນ 9 ຕໍ່ 6 ຄະແນນ.

ບັນຍາກາດຂອງຄູ່ຊີງຊະນະເລີດ ແມ່ນດຳເນີນໄປຢ່າງຟົດຟື້ນ, ຕ່າງຝ່າຍຕ່າງກໍ່ມີການວາງແຜນ ແລະ ແກ້ເກມກັນຢ່າງເຕັມທີ່ ແຕ່ສຸດທ້າຍທີມໜ່ວຍພັກວັດທະນະທຳ ສູ້ການເຂົ້າທີ່ລະອຽດ ແລະ ການຕີທີ່ແມ່ນຍຳ ຂອງທີມໜ່ວຍພັກຖະແຫຼງຂ່າວບໍ່ໄດ້, ເສຍໄຊໄປຢ່າງໜ້າເສຍດາຍ ດ້ວຍຄະແນນ 11 ຕໍ່ 10 ເຮັດໃຫ້ທີມໜ່ວຍພັກຖະແຫຼງຂ່າວ ຍາດເອົາຂັນຂອງສະຫາຍວ່າການຄະນະພັກຮາກຖານພະແນກ ຖວທ ແຂວງບໍລິຄຳໄຊ ໄປຄອງໄດ້ສຳເລັດ, ໃຫ້ກຽດມອບຂັນລາງວັນຊະນະເລີດໃນຄັ້ງນີ້ໂດຍ ສະຫາຍ ອຸດອນ ສອນສຸລິນ.

About admins14