ຮາກຖານພັກພະແນກ ຊສ ແຂວງ ເປີດບັ້ນດຳເນີນຊີວິດການເມືອງ ປະຈຳປີ 2020

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ທັນວາ 2020 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກຮາກຖານ,ສະມາຊິກພັກ ແລະ ມະຫາຊົນພາຍໃນພະແນກເຂົ້າຮ່ວມ.

ໃນພິທີ ສະຫາຍຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈ ຂອງຄຳສັ່ງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍມີຫຼາຍເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນຢ່າງເຂັ້ມງວດ, ປະສານສົມທົບຢ່າງກົມກຽວລະຫວ່າງການນຳພາຂອງພັກກັບການເສີມຂະຫຍາຍບົດບາດ, ໜ້າທີ່, ສິດ, ການຄຸ້ມຄອງຂອງອົງການປົກຄອງ, ຍຶດໝັ້ນ ແລະ ເສີມຂະຫຍາຍແບບວິທີນຳພາ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນຳພາຕິດແທດຮາກຖານ, ເປັນເຈົ້າການຕ້ານພະຍາດອາຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ເຮັດວຽກແບບຜິວເຜີນ, ການນຳພາປະຕິບັດໜ້າທີ່ການເມືອງ, ນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂ.

ພ້ອມນີ້ ຍັງໄດ້ຮັບຟັງເຜີຍແຜ່ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ ທັ້ງນີ້ກໍ່ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຂັ້ນຮາກຖານ, ຮັບປະກັນເຮັດໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ພັກເຮົາມີຄວາມຈຳເປັນຕ້ອງສ້າງໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

About admins16