ຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າແຂວງ ດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່

ບັ້ນດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງສະຫາຍ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມເນື້ອໃນຈິດໃຈຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ – ອົງການ, ແຂວງ – ນະຄອນຫຼວງ, ອົງຄະນະພັກເມືອງ – ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ໂດຍມີຈຸດປະສົງ ເພື່ອເຮັດໃຫ້ການກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນ ດຳເນີນໄປຖືກຕ້ອງ ຕາມກົດລະບຽບຂອງພັກ, ຮັບປະກັນ ການນຳພາ – ຊີ້ນຳ ຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບໃນທົ່ວພັກ ເຊິ່ງການດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ເປັນການປັບປຸງພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມສາມາດ ໃນການນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທ່ວງ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ການກະກຽມກອງປະຊຸມໃຫຍ່ ຂອງພັກແຕ່ລະຂັ້ນ ແມ່ນເພື່ອເລືອກເຟັ້ນເອົາບຸກຄະລາກອນ ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະກອບຂອງຄະນະພັກ, ກະກຽມດ້ານເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ – ສັງຄົມ, ບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກ ແລະ ການກະກຽມດ້ານບຸກຄະລາກອນ.

ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ, ຜ່ານມາດຖານເງື່ອນໄຂຜູ້ຈະລົງສະໝັກຮັບເລືອກຕັ້ງ ເຂົ້າໃນໜ່ວຍພັກ ແລະ ດຳເນີນການທາບທາມບຸກຄະລາກອນ ຂອງຄະນະໜ່ວຍພັກ.

About admins16