ຮາກຖານພັກພະແນກການຄ້າແຂວງ ດໍາເນີນຊີວິດການເມືອງ

ບັ້ນດໍາເນີນຊີວິດການເມືອງທົ່ວຮາກຖານພັກ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 21 ເມສາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໃຫ້ກຽດຂຶ້ນບັນຍາຍເອກະສານໂດຍ ສະຫາຍ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ມີຄະນະຊີ້ນຳບັ້ນດຳເນີນຊີວິດການເມືອງຂັ້ນແຂວງ, ຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ – ລັດຖະກອນ ທີ່ຂຶ້ນກັບຄະນະພັກຮາກຖານ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່, ເຊື່ອມຊຶມ ປະກອບມີ 3 ບົດ ຄື: ເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເຊິ່ງໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມູນເຊື້ອ ແລະ ຄວາມໝາຍ – ຄວາມສຳຄັນກ່ຽວກັບຄວາມສາມັກຄີເປັນເອກະພາບພາຍໃນພັກ, ຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຄວາມໝາຍຄວາມສຳຄັນ ຂອງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ອື່ນໆ ເຊິ່ງແຕ່ລະເອກະສານລ້ວນແລ້ວແຕ່ເປັນບ່ອນອີງ ໃນການຕີລາຄາຄືນການຊີ້ນຳ – ນຳພາ ຂອງຄະນະພັກຮາກຖານ, ຄະນະເລຂາໜ່ວຍພັກ, ສະມາຊິກພັກໃນໄລຍະຜ່ານມາ, ຈຸດປະສົງ ກໍ່ເພື່ອຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປຽ່ນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ.

ກອງປະຊຸມ ຍັງໄດ້ຮັບຟັງ ການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄໝທີ VII, ບັ້ນດໍາເນີນຊິວິດການເມືອງທົ່ວຮາກຖານພັກ ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ຈຶ່ງຈະສຳເລັດ ໂດຍຈະໄດ້ແບ່ງກຸ່ມຄົ້ນຄວ້າ, ສຳຫຼວດ, ກວດກາຄະນະພັກຮາກຖານ, ສະມາຊິກພັກ ໃນການຊີ້ນຳ – ນຳພາວຽກງານ, ຈະມີການສ່ອງແສງລາຍງານ, ຕີລາຄາແບ່ງປະເພດ, ສົ່ງຂ່າວເຊີ່ງກັນ ແລະ ກັນ ໂດຍອິງໃສ່ນິຕິກໍາຕ່າງໆທີ່ໄດ້ເຊື່ອຊຶມ.

About admins14