ຮາກຖານຊາວໜຸ່ມ ມສ ປາກງຽບ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ຂອງຮາກຖານຊາວໜຸ່ມໂຮງຮຽນມັດທະຍົມສົມບູນປາກງຽບ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2021 ຢູ່ສະໂມສອນໂຮງຮຽນ ມສ ປາກງຽບ ໂດຍການເປັນປະທານຂອງ ສະຫາຍ ນາງ ຕິກດາວັນ ວົງນຸສອນ ເລຂາຊາວໜຸ່ມຮາກຖານໂຮງຮຽນ ມສ ປາກງຽບ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນິພົນ ອ່ອນສຸລະທຸມ ເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນ ມສ ປາກງຽບ, ມີຄະນະກອງເລຂາ 4 ບຸກ ຂັ້ນແຂວງ, ສະມາຊິກຊາວໜຸ່ມພາຍໃນຮາກຖານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021 ໃນຕໍ່ໜ້າ ເຊິ່ງຊາວໜຸ່ມຮາກຖານໂຮງຮຽນ ມສ ປາກງຽບ ປະກອບມີ ຄະນະຊາວໜຸ່ມຮາກຖານ 5 ສະຫາຍ, ຍິງ 2 ສະຫາຍ, ມີ 10 ໜ່ວຍຊາວໜຸ່ມທີ່ຂຶ້ນກັບ, ສະມາຊິກທັງໝົດ 243 ສະຫາຍ, ຍິງ 128 ສະຫາຍ.

ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຂະບວນຕ່າງໆ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ໂດຍສະເພາະການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ແລະ ສາມາດຈັດປະເພດແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ປະຕິບັດໄດ້ 90%, ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ 91,5%, ດ້ານການຈັດຕັ້ງ 90% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ 90% .

ຫຼັງຈາກນັ້ນກໍ່ໄດ້ມີພິທີມອບໃບຢັ້ງ 4 ບຸກ ແລະ ທຸງໄຊນໍາໜ້າຊາວໜຸ່ມ 4 ບຸກ ໃຫ້ຊາວໜຸ່ມຮາກຖານໂຮງຮຽນ ມສ ປາກງຽບ ເປັນກຽດມອບໂດຍ ສະຫາຍ ວັນນະສິນ ສອນວິໄລ ແລະ ຮັບໂດຍ ສະຫາຍ ນາງ ຕິກດາວັນ ວົງນຸສອນ, ໂອກາດດຽວກັນນັ້ນກໍ່ໄດ້ມອບໃບຢັ້ງຢືນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ພ້ອມນັ້ນຍັງໄດ້ຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ສະຫາຍ ວັນນະສິນ ສອນວິໄລ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຊາວໜຸ່ມຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມ ທີ່ຍາດໄດ້ຜົນງານຫຼາຍດ້ານ ແລະ ຍັງໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ວຽກງານວິຊາສະເພາະຂອງຕົນ ໂດຍຕິດພັນກັບວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເປັນຫຼັກ ໃນການໂຄສະນາເຜີຍແຜ່ມະຕິຄໍາສັ່ງ, ລະບຽບຫຼັກການຂອງພັກ-ລັດ ໂດຍຕິດພັນກັບສະມາຊິກຊາວໜຸ່ມ-ເຍົາວະຊົນ ເພື່ອພ້ອມກັນສະກັດກັ້ນປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ, ເສີມຂະຫຍາຍ ແລະ ຮັກສາມູນເຊື້ອຊາວໜຸ່ມ 4 ບຸກ ໄວ້ຕະຫຼອດໄປ ເພື່ອໃຫ້ສົມກັບນາມມະຍົດຊາວໜຸ່ມທີ່ວ່າ “ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ”.

About admins14