ຮາກຖານຊາວໜຸ່ມພະແນກ ຖວທ ໄດ້ຮັບນາມມະຍົດເປັນຊາວໜຸ່ມ 4 ບຸກ

ພິທີມອບໃບຢັ້ງຢືນຊາວໜຸ່ມ 4 ປະຈໍາປີ 2019 ຊາວໜຸ່ມຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2020 ຢູ່ຫ້ອງປະຊຸມພະແນກ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງ ແລະ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີຄະນະຊາວໜຸ່ມຮາກຖານ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ຄະນະຊາວໜຸ່ມຮາກຖານ ພະແນກ ຖວທ ແຂວງ ແລະ ສະມາຊິກຊາວໜຸ່ມ ໄດ້ຕັ້ງໜ້າພັດທະນາປັບປຸງຕົນເອງຢ່າງແຂງແຮງ ໂດຍການຖືເອົາຂໍ້ແຂ່ງຂັນ 4 ບຸກ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນຮາກຖານ ມີຄວາມຫ້າວຫັນຕື່ນຕົວປະຕິບັດວຽກງານ ແລະ ສ້າງຂະບວນການຕ່າງໆໄດ້ເປັນຢ່າງດີ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ແລະ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍດ້ວຍຄວາມຮັບຜິດຊອບສູງ ຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາ ດ້ານແນວຄິດ ປະຕິບັດໄດ້ 90,14%, ທຽບໃສ່ແຜນການປີ ເພີ່ມຂື້ນ 0,37%, ດ້ານຝຶກຝົນຫຼໍ່ຫຼອມຮ່ຳຮຽນ ປະຕິບັດໄດ້ 90,17%, ທຽບໃສ່ແຜນການປີເພີ່ມຂື້ນ 0,29%, ດ້ານວຽກງານການຈັດຕັ້ງ ປະຕິບັດໄດ້ 90,19, ທຽບໃສ່ແຜນການປີເພີ່ມຂຶ້ນ 0,16% ແລະ ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳ ປະຕິບັດໄດ້ 90,37%, ທຽບໃສ່ແຜນການປີເພີ່ມຂື້ນ 0,41%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ປະຈໍາປີ 2019 ໃຫ້ກັບຮາກຖານຊາວໜຸ່ມພະແນກ ຖວທ ແຂວງ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ຍາດມາໄດ້ ໃຫ້ກຽດມອບໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເປັນກຽດຮັບ ໂດຍ ສະຫາຍ ລັງສີ ໂພຄະສົມບັດ ເລຂາຮາກຖານຊາວໜຸ່ມພະແນກ ຖວທ ແຂວງ, ພ້ອມດຽວກັນນັ້ນ ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ກັບອົງການຈັດຕັ້ງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນຂະບວນຕ່າງໆໃນໄລຍະຜ່ານມາ.

About admins14