ຮາກຖານກຳມະບານພະແນກ ສທ ແລະ ຫ້ອງວ່າການແຂວງ ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII

 

ໃນວັນທີ 15 ກຸມພາ 2021 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII ຂຶ້ນ ເປັນປະທານໂດຍ ທ່ານ ດຣ ຟອງສາລີ ຫຼວງມີໄຊ ປະທານຮາກຖານກຳມະບານພະແນກສາທາລະນະສຸກແຂວງ ມີຄະນະຮາກຖານກຳມະບານ ແລະ ສະມາຊິກຳມະບານພາຍໃນພະແນກເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII ທີ່ໄດ້ໄຂຂຶ້ນໃນ ວັນທີ 3-4 ທັນວາ 2020 ຢູ່ນະຄອນຫຼວງວຽງຈັນ ມີຜູ້ແທນເຂົ້າຮ່ວມທັງໝົດ 495 ສະຫາຍ, ຜູ້ແທນສົມບູນ 400 ສະຫາຍ, ຍິງ 71 ສະຫາຍ ໂດຍກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ , ພິຈາລະນາ ແລະ ເປັນເອກະສັນກັນຮັບຮອງເອົາວຽກງານສຳຄັນ ຄື: ຮັບຮອງເອົາບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດກອງປະຊຸມຜູ້ແທນກຳມະບານລາວ ທົ່ວປະເທດຄັ້ງທີ VII ໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແຕ່ປີ 2015-2020, ຮັບຮອງທິດທາງແຜນການ 05 ປີໃນຕໍ່ໜ້າ ນັບແຕ່ປີ 2021-2025 ໂດຍໄດ້ສ້າງແຜນພັດທະນາວຽກງານ 5 ປີ ຄັ້ງທີ IV ປະກອບດ້ວຍ 9 ແຜນງານ ແລະ 51 ໂຄງການ, ຮັບຮອງເອົາບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VII, ເປັນເອກະສັນພິຈາລະນາຮັບຮອງເອົາກົດລະບຽບ ສະໄໝທີ VIII ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຊຶ່ງໄດ້ມີການປັບປຸງເນື້ອໃນຈຳນວນໜຶ່ງ ໃຫ້ສອຄ່ອງກັນກັບສະພາຄວາມເປັນຈີງ, ເປັນບ່ອນອີງທີ່ສຳຄັນ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກຳມະບານ.

ຜູ້ແທນກອງປະຊູມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດ ເລຶອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ຈຳນວນ 57 ສະຫາຍ, ຍິງ 11 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII, ສະຫາຍ ພອນສານ ວິໄລເມັ້ງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ແລະ ສະຫາຍ ວົງໄລ ວົງຂະເສີມ ເປັນຮອງປະທານ.

ໃນຕອນເຊົ້າຂອງວັນທີ 16 ກຸມພາ 2021 ຢູ່ຫ້ອງວ່າການແຂວງ ຮາກຖານກຳມະບານ ຫ້ອງວ່າການແຂວງ ກໍ່ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ຄັ້ງທີ VIII ຂຶ້ນ ໂດຍການໃຫ້ກຽດເຜີຍແຜ່ຂອງ ສະຫາຍ ພັນລອນ ແກ້ວວິເສດ ຮອງເລຂະຄະນະພັກຮາກຖານຫ້ອງວ່າການແຂວງ ມີຄະນະຮາກຖານກຳມະບານ ແລະ ສະມາຊິກກຳມະບານພາຍໃນຫ້ອງວ່າການແຂວງ ເຂົ້າຮ່ວມ.

ໂດຍເອກະສານທີ່ນຳມາເຜີຍແຜ່ປະກອບດ້ວຍ ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII, ບົດລາຍງານການເມືອງກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງໃຫຍ່ VIII, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານລາວ 5 ປີ ຄັ້ງທີ III ແລະ ແຜນພັດທະນາວຽກງານ 5 ປີ ຄັ້ງທີ່ IV ແລະ ກົດລະບຽບຂອງສະຫະພັນກຳມະບານລາວ ສະໄໝທີ VIII.

About admins14