ຮອງເຈົ້າແຂວງ ລົງຕິດຕາມໂຄງການປູກຕົ້ນໝາກກ້ຽງ ຢູ່ບ້ານຫ້ວຍຊາຍ ແລະ ບ້ານນາໄໝ ເມືອງປາກຊັນ

ໃນວັນທີ 2 ພະຈິກ 2020 ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້້າແຂວງບໍລິຄຳໄຊ ລົງເຄື່ອນໄຫວຕິດຕາມເບິ່ງໂຄງການປູກຕົ້້ນໝາກກ້ຽງ ຢູ່ບ້ານຫ້ວຍຊາຍ ເມືອງປາກຊັນ ໂດຍມີທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ  ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມພາທາງ.

ໂຄງການປູກຕົ້ນໝາກກ້ຽງ ຢູ່ບ້ານຫ້ວຍຊາຍ ມີເນື້ອທີ່ 98 ເຮັກຕາ ລວມມູນຄ່າການລົງທຶນທັງໝົດ 69 ຕື້ກວ່າກີບ ແລະ ຢູ່ບ້ານນາໄໝ ໃນເນື້ອທີ່ 164 ເຮັກຕາ ລວມມູນຄ່າການລົງທຶນທັງໝົດ 92 ຕື້ກວ່າກີບ ເຊິ່ງເປັນການລົງທຶນຂອງນັກທຸລະກິດສ່ວນບຸກຄົນຈາກ ສ.ປ ຈີນ ທີ່ເຂົ້າມາລົງທຶນສຳປະທານເນື້ອທີ່ປູກຝັງທາງດ້ານກະສິກຳຢູ່ເມືອງປາກຊັນ.

ສຳລັບການທົດລອງການປູກຕົ້ນໝາກກ້ຽງ ຢູ່ບ້ານນາໄໝ ແມ່ນໄດ້ເລີ່ມປູກມາແຕ່ ປີ 2018 ເປັນການທົດລອງຂັ້ນເບື້ອງຕົ້ນ ເຊັ່ນ: ການບຸກເບີກເນື້ອທີ່ປູກ, ການກ້າເບ້ຍ, ການຂຸດຂຸມປູກ, ການລົງເບ້ຍ ແລະ ການບົວລະບັດຮັກສາອື່ນໆ. ແຕ່ການທົດລອງປູກເບື້ອງຕົ້ນນັ້ນ ໄດ້ຮັບຜົນກະທົບ ແລະ ຄວາມເສຍຫາຍ ຈາກໄພທຳມະຊາດ ເປັນຕົ້ນ ແມ່ນໄພນໍ້າຖ້ວມ, ສັດຕູພືດທໍາລາຍ ຈຶ່ງເຮັດໃຫ້ເບ້ຍຂອງຕົ້ນໝາກກ້ຽງທີ່ປູກນັ້ນຕາຍເສຍຫາຍເປັນຈຳນວນຫຼວງຫຼາຍ ຈົນມາຮອດຕົ້ນປີ 2020 ນີ້ ຈຶ່ງໄດ້ເລີ່ມຕົ້ນລົງມືປູກທົດແທນຄືນໃໝ່, ປະຈຸບັນ ແມ່ນໄດ້ປູກເບ້ຍສຳເລັດແລ້ວທັງ 2 ສວນ ແລະ ຢູ່ໃນຂັ້ນຕອນການບຳລຸງບົວລະບັດຮັກສາ, ໃສ່ຝຸ່ນ, ຫົດນໍ້າ ເພື່ອເຮັດໃຫ້ຕົ້ນໝາກກ້ຽງເຕີບໃຫຍ່ຂະຫຍາຍຕົວຂຶ້ນ ແລະ ຄາດວ່າ 5 ປີຂ້າງໜ້າຈະໄດ້ຮັບຜົນລະປູກ.

About admins16