ຮອງເລຂາພັກແຂວງ ອວຍພອນອາດີດການນຳເມືອງບໍລິຄັນ ເນື່ອງໃນໂອກາດວັນບຸນປີໃໝ່ ຊົນເຜົ່າມົ້ງ

ໃນວັນທີ 22 ທັນວາ 2022 ຢູ່ເຮືອນພັກຂອງ ທ່ານ ເພຍຊົ່ງ ບ້ານສິສະຫວາດ ເມືອງບໍລິຄັນ, ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານພັກແຂວງບໍລິຄຳໄຊ ຕາງໜ້າໃຫ້ຄະນະພັກ-ຄະນະປົກຄອງແຂວງ ບໍລິຄຳໄຊ ພ້ອມດ້ວຍອົງການຈັດຕັ້ງແນວລາວສ້າງຊາດແຂວງ, ສະຫະພັນແມ່ຍິງ, ສະຫະພັນກຳມະບານ ແລະ ຊາວໜູ່ມແຂວງ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ທ່ານ ເພຍຊົ່ງ, ທ່ານ ປາວຊົ່ງ ແລະ ທ່ານ ໄຟເຈ່ຍຢ່າງ ອາດີດພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງບໍລິຄັນ ເນື່ອງໃນໂອກາດວັນບຸນປີໃໝ່ຊົນເຜົ່າມົ້ງ (ນໍເປເຈົ່າ).

ການເຂົ້າອວຍພອນອາດີດການນຳເມືອງບໍລິຄັນໃນຄັ້ງນີ້ ນອກຈາກການອວຍພອນປີໃໝ່ຂອງຊົນເຜົ່າມົ້ງແລ້ວ ຍັງໄດ້ນຳເອົາຄວາມອົບອູ່ນຈາກຄະນະພັກຄະນະປົກຄອງແຂວງ ເປັນການຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ ຫຼັງໄດ້ຮັບອູດໜູນບຳນານຂອງ ທ່ານ ປາວຊົ່ງ ອາດີດ ຮອງປະທານແນວລາວສ້າງຊາດແຂວງ ບໍລິຄຳໄຊ, ທ່ານ ໄຟເຈ່ຍຢ່າງ ອາດີດເຈົ້າເມືອງບໍລິຄັັນ, ທ່ານ ເພຍຊົ່ງ ອາດີດປະທານແນວລາວສ້າງຊາດເມືອງບໍລິຄັນ, ເຊິ່ງຕະຫຼອດໄລຍະຜ່ານມາ ທັງ 3 ທ່ານ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອງຂອງປະເທດຊາດບ້ານເມືອງ ໂດຍສະເພາະແມ່ນສຸມໃສ່ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາຊົນເຜົ່າ.

About admins14