ຮອງເຈົ້າແຂວງ ລົງຕິດຕາມກວດກາ ການຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເຂດປຸງໂຄ້ງ

ໃນວັນທີ 14 ມັງກອນ 2022 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ທັງເປັນຮອງປະທານຄະນະກໍາມະການ ບໍລິຫານອຸທິຍານແຫ່ງຊາດ ນາຍກາຍ – ນໍ້າເທີນ ພ້ອມດ້ວຍພະຄະ ໄດ້ລົງຕິດຕາມກວດກາການເຂົ້າບຸກລຸກພື້ນທີ່ອຸທິຍານເຂດປຸງໂຄ້ງ ຂອງປະຊາຊົນ ໂດຍມີ ທ່ານ ຜາສຸກ ຈຸມມະລາວົງ ຮອງເຈົ້າເມືອງຄໍາເກີດ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມພາທາງ.

ທ່ານ ອຸໄທ ວົງສາ ຫົວໜ້າກອງຄຸ້ມຄອງອຸທິຍານແຫ້ງຊາດນາກາຍ- ນໍ້າເທີນ ໄດ້ລາຍງານໂດຍຫຍໍ້ວ່າ ອຸທິຍານມີເນື້ອທີ່ທັງໝົດ 4 ແສນກວ່າເຮັກຕາ, ກວມເອົາແຂວງຄໍາມ່ວນ ແລະ ແຂວງບໍລິຄຳໄຊ, ແຂວງບໍລິຄຳໄຊ ກວມເອົາ 1 ເມືອງ ແລະ 19 ບ້ານທີ່ຢູ່ຕິດແປະ, ສໍາລັບບັນຫາການເຂົ້າບຸກລຸກພື້ນທີ່ອຸທິຍານ ຂອງປະຊາຊົນແມ່ນເປັນບັນຫາຕົ້ນຕໍ, ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ແກ້ໄຂຫຍຸ້ງຍາກ ສະເພາະຢູເຂດປຸ້ງໂຄ້ງ ໄດ້ພົບເຫັນປະຊາຊົນບຸກລຸກພື້ນທີ່ອຸທິຍານແຫ່ງຊາດ ເພື່ອທໍາການຜະລິດ ຈໍານວນ 36 ຄອບຄົວ ເນື້ອທີ່ເກືອບ 70 ເຮັກຕາ ໃນນັ້ນເປັນດິນນາ 36 ຕອນ ເນື້ອທີ່ 45 ກວ່າເຮັກຕາ, ດິນຈັບຈອງ 24 ຕອນ ເນື້ອທີ່ 22 ກວ່າເຮັກຕາ ແລະ ໜອງປາ 1 ໜອງ ເນື້ອທີ 0,87 ເຮັກຕາ.

ຫຼັງຈາກນັ້ນ ຢູ່ຫ້ອງການບ້ານໂພນສະອາດ ເມືອງຄໍາເກີດ ທ່ານຮອງເຈົ້າແຂວງພ້ອມຄະນະ ໄດ້ຈັດກອງປະຊຸມປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ຂອງແຂວງ, ຂອງເມືອງ ແລະ ບ້ານ ກ່ຽວກັບຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການແກ້ໄຂການບຸກລຸກພື້ນທີ່ອຸທິຍານ, ການພັດທະນາຊີວິດການເປັນຢູ່ຂອງພໍແມ່ປະຊາຊົນ ທີ່ຕິດແປະເຂດອຸທິຍານ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ພາກສ່ວນຕ່າງໆ ໃນການປົກປັກຮັກສາເຂດອຸທິຍານ ໃຫ້ມີຄວາມອຸດົມສົມບູນ, ຍືນຍົງ ແລະ ບັນຫາອື່ນໆ.

ໂອກາດນີ້ທ່ານຮອງເຈົ້າແຂວງ ຍັງໄດ້ມີທິດຊີ້ນໍາຈໍານວນໜຶ່ງ ໂດຍສະເພາະແມ່ນການສຶກສາອົມຮົມການເມືອງ – ແນວຄິດ ໃຫ້ແກ່ພໍ່ແມ່ປະຊາຊົນ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບ, ກົດໝາຍຕ່າງໆ ທີ່ຕິດພັນກັບການຄຸ້ມຄອງອຸທິຍານ, ພາກສ່ວນກ່ຽວຂ້ອງຕ້ອງປະສານສົມທົບກັນຢ່າງຕໍ່ເນື່ອງ ໃນການເກັບກໍາຂໍ້ມູນການບຸກລຸກຂອງຢ່າງລະອຽດຮອບຄອບ ເພື່ອນໍາໄປວິເຄາະວິໄຈຢ່າງຖືກຕ້ອງ, ສອດຄ່ອງ ຮັບປະກັນການແກ້ໄຂບັນຫາໃຫ້ມີຄວາມສະຫງົບ, ຖືກຕ້ອງກັບຕົວຈິງ ແລະ ຖືກຕ້ອງຕາມຂັ້ນຕອນຂອງລະບຽບກົດໝາຍ, ເພີ່ມທະວີການກວດກາລາດຕະເວັນຢ່າງເຂັ້ມງວດ, ຕ້ອງມີການສ້າງແຜນປະຕິບັດງານຢ່າງລະອຽດ ໂດຍສະເພາະແມ່ນການສ້າງກິດຈະກໍາທີ່ໃຫ້ປະຊາຊົນມີສ່ວນຮ່ວມ ເຮັດໃຫ້ການທໍາມາຫາກິນຂອງປະຊາຊົນ ຖືກຕ້ອງຕາມລະບຽບກົດໝາຍ, ສາມາດຫຼຸດພົ້ນຈາກຄວາມທຸກຍາກ ແລະ ມີຄວາມຍືນຍົງ.

About admins14