ຮອງເຈົ້າແຂວງ ລົງຕິດຕາມໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ແລະ ໂຄງການກໍ່ສ້າງຄອງລະບາຍນໍ້າຝົນອອກຈາກຕົວເມືອງປາກຊັນ

ໃນຕອນບ່າຍຂອງວັນທີ 3 ມີນາ 2022 ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ແລະ ໂຄງການກໍ່ສ້າງຄອງລະບາຍນ້ຳຝົນ ອອກຈາກຕົວເມືອງປາກຊັນ ໂດຍມີທ່ານ ທອງລິດ ຟອງສີນວນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ຮ່ວມພາທາງ.

ໂອກາດນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ: ໂຄງການກໍ່ສ້າງສະໜາມກຳຈັດຂີ້ເຫຍື້ອ ຢູ່ບ້ານໂພນສູງ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນໂຄງການໜຶ່ງທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 ຕົວເມືອງປາກຊັນ.

ປະຈຸບັນ ໂດຍລວມແລ້ວວຽກກໍ່ສ້າງພາຍໃນເດືອນ ກຸມພາ ແມ່ນມີຄວາມຄືບໜ້າປະມານ 8,74% ເມື່ອອີງໃສ່ ແຜນລວມແລ້ວ ແມ່ນມີຄວາມຄືບໜ້າປະມານ 41,59% ໃນເວລາກໍ່ສ້າງ 13 ເດືອນຈາກ 24 ເດືອນ ແລະ ແຜນວຽກໃນເດືອນ ມີນາ ຈະໃຫ້ໄດ້ 71,19%.

ສຳລັບຄອງລະບາຍນໍ້າຝົນຢູ່ເຂດດັ່ງກ່າວ ແມ່ນມີຄວາມຄືບໜ້າ ປະມານ 2,17% ອີງໃສ່ແຜນລວມແລ້ວ ແມ່ນມີຄວາມຄືບໜ້າປະມານ 3,41% ລື່ນແຜນ 0,16% ໃນເວລາກໍ່ສ້າງ 03 ເດືອນ ຈາກ 24 ເດືອນ ແລະ ສາເຫດທີ່ບາງໜ້າວຽກບໍ່ເປັນໄປຕາມແຜນທີ່ວາງໄວ້ ຍ້ອນສະພາບການກໍ່ສ້າງໃນຕົ້ນເດືອນກຸມພາ ແມ່ນມີຝົນຕົກຕິດຕໍ່ກັນ ເຮັດໃຫ້ເກີດມີນ້ຳຖ້ວມຂັງຢູ່ໃນແລວທາງຂອງແຕ່ລະຄອງ ເຮັດໃຫ້ທາງປຽກເປື້ອນ ການສັນຈອນຫຍຸ້ງຍາກລຳບາກ ເຮັດໃຫ້ວຽກຫຼັກ ໂດຍສະເພາະວຽກບຸກເບີກຂອງແຕ່ລະຄອງ ບໍ່ສາມາດດຳເນີນໄດ້ສະດວກ.

ຈາກນັ້ນ ທ່ານຮອງເຈົ້າແຂວງ ພ້ອມຄະນະ ຍັງໄດ້ລົງກວດກາເບິ່ງໂຄງການກໍ່ສ້າງຄອງລະບາຍນ້ຳຝົນອອກຈາກຕົວປາກຊັນ ເຊິ່ງມີຈໍານວນ 5 ຄອງ ມີລວງຍາວທັງ ໝົດ 3.554 ແມັດ ໃນນັ້ນ ໄດ້ກວມເອົາສອງໜ້າວຽກຫຼັກ ເຊັ່ນ: ວຽກກໍ່ສ້າງຄອງລະບາຍນໍ້າ 3.181 ແມັດ, ກໍ່ສ້າງທໍ່ລ່ຽມ 373 ແມັດ ຄື: ຄອງ A ໄດ້ສຳເລັດວຽກອອກແບບກໍ່ສ້າງວຽກດິນ ແລະ ກຳລັງດຳເນີນການອອກແບບວຽກໂຄງສ້າງ, ສຳເລັດວຽກສຳຫຼວດປັກຫຼັກໝາຍ ແລະ ອານາໄມ, ຂຸດ ແລະ ຖົມຄອງໄດ້ 30 %, ຄອງ B ສຳເລັດວຽກດິນຂຸດ ແລະ ດິນຖົມ 60 %, ຄອງ C ສຳເລັດວຽກອອກແບບກໍ່ສ້າງວຽກດິນ ແລະ ກຳລັງດຳເນີນການອອກແບບວຽກໂຄງສ້າງ, ຄອງ D ສຳເລັດວຽກສຳຫຼວດປັກຫຼັກໝາຍ ແລະ ວຽກອະນາໄມ ສຳເລັດວຽກດິນຂຸດ, ສ່ວນວຽກດິນຖົມໄດ້ປະມານ 70%, ຄອງ E ສຳເລັດວຽກອອກແບບກໍ່ສ້າງວຽກດິນ ແລະ ກຳລັງດຳເນີນການອອກແບບວຽກໂຄງສ້າງ.

ວຽກກໍ່ສ້າງຮ່ອງລະບາຍນໍ້າຂ້າງທາງ ມີຈຳນວນ 9 ເສັ້ນ ມີລວງຍາວ ທັງໝົດ 4.215 ແມັດ ຜົນສຳເລັດທັງໝົດມາຮອດປະຈຸບັນແມ່ນໄດ້ 3,41 % ທຽບໃສ່ແຜນການ 3,35 % ລື່ນຄາດໝາຍ 0,06%.

About admins16