ຮອງເຈົ້າແຂວງ ລົງຕິດຕາມການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ ຂອງບໍລິສັດ ວິໂກລາວບໍ່ແຮ່ຈໍາກັດ

ໃນຕອນເຊົ້າວັນທີ 21 ຕຸລາ 2021 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ໄດ້ສົມທົບກັບ ພະແນກ ການທີ່ກ່ຽວຂ້ອງຂັ້ນແຂວງ – ເມືອງ ລົງສໍາຫຼວດເບິ່ງ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຂອງບໍລິສັດ ວິໂກລາວ ບໍ່ແຮ່ຈໍາກັດ ຢູ່ເຂດກຸ່ມບ້ານຜ່າເມືອງ ເມືອງບໍລິຄັນ.

ໂອກາດດັ່ງກ່າວ ຜູ້ຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ທີ່ຮັບຜິດຊອບຊ່ວຍຊີ້ນໍາວຽກທໍລະນິສາດ – ແຮ່ທາດ ແລະ ຄຸ້ມຄອງບໍ່ແຮ່ ໄດ້ລາຍງານ ສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງໂຄງການວ່າ: ບໍລິສັດກາວີໂກລາວບໍແຮ່ຈໍາກັດ ເປັນການລົງທຶນແບບວິສາຫະກິດປະສົມ ຄືບໍລິສັດ ຄາວິໂກຫວຽດນາມ ຈໍາກັດຖືຮຸ່ນ 78% ແລະ ບໍລິສັດລາວຍົງຈະເລີນການຄ້າຂາອອກ -ຂາເຂົ້າຈໍາກັດຖືຮຸ່ນ 22 % ໄດ້ເຊັນສັນຍາສໍາປະທານຂຸດຄົ້ນ – ປຸງແຕ່ງແຮ່ກັບລັດຖະບານແຫ່ງ ສປປ ລາວ ສະບັບລົງວັນທີ 9 ສິງຫາ 2021. ຢູ່ເຂດບ້ານ ບໍ່, ໂພນຍາງ, ຜ່າໄດ ແລະ ບ້ານ ຜາເມືອງ ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ ໃນເນື້ອທີສໍາປະທານທັງໝົດ 69 ກວ່າ ກິໂລຕາແມັດ.

ໃນນີ້ ເນື້ອທີ 49 ກວ່າກິໂລຕາແມັດ ແມ່ນສໍາປະທານຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄໍາ ແລະ ແຮ່ເງິນ, ເນື້ອທີ່ 19 ກວ່າກິໂລຕາແມັດ ແມ່ນສໍາປະທານຂຸດຄົ້ນ ແລະ ປຸງແຕ່ງ ແຮ່ນິແກນ, ເຫລັກ ແລະ ໂກບານ ເຊິ່ງມີອາຍຸສໍາປະທານທັງໝົດ 20 ປີ ມູນຄ່າການລົງທຶນ ລວມ 1 ພັນ 359 ຕື້ກວ່າກີບ.

ໂອກາດນີ້ ຜູ້ຕາງໜ້າຂອງບໍລິສັດຍັງໄດ້ລາຍງານ ສະພາບລວມ ໃນການຈັດຕັ້ງປະຕິບັດ ບັນດານິຕິກໍາ ຂໍ້ກໍານົດ – ກົດລະບຽບ, ການຄຸ້ມຄອງ ການປະຕິບັດພັນທະຂອງບໍລິສັດຕໍ່ກັບລັດຖະບານ ຕະຫຼອດຮອດການຈັດຕັ້ງປະຕິດບັດວຽກງານພາກສະໜາມ ໃນໄລຍະການເລີ່ມຕົ້ນ ແລະ ທິດທາງແຜນການໃນຕໍ່ໜ້າຂອງບໍລິສັດ ເປັນຕົ້ນແມ່ນ ການປຸກສ້າງອາຄານພັກເຊົາສໍາລັບພະນັກງານ ແລະ ກໍາມະກອນ, ຫ້ອງທົດລອງ, ສາງເກັບເຄື່ອງ, ຈຸດສ້ອມແປງລົດ, ສ້າງອ່າງບົ່ມແຮ່, ອ່າງບໍາບັດນໍ້າເສຍ ສ້າງເກັບມ້ຽນວັດຖຸລະເບີດ, ການນໍາສົ່ງອອກ ຜົນກະທົບຈາກພະຍາດ ໂຄວິດ 19 ແລະ ຄວາມຫຍຸ້ງຍາກຈໍາເປັນ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆອີກຈໍານວນໜຶ່ງ.

ຫຼັງຈາກນັ້ນ ບໍລິສັດ ໄດ້ນໍາພາທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະ ລົງພາກສະໜາມ ເພຶ່ອສໍາຫຼວດເບິ່ງການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ໃນຊ່ວງເລີ່ມຕົ້ນຂອງການຂຸດຄົ້ນ – ປຸງແຕ່ງ ແຮ່ທາດຂອງບໍລິສັດດັ່ງກ່າວຕື່ມອີກ ເນື່ອງຈາກວ່າ ໃນປະຈຸບັນພາຍໃນແຂວງ ບໍລິຄໍາໄຊ ເຊິ່ງກໍ່ຄືບັນດາແຂວງຕ່າງໆ ໃນຂອບເຂດທົ່ວປະເທດ ໄດ້ມີການລະບາດເຊຶ້ອພະຍາດໂຄວິດ 19 ຢ່າງຕໍ່ເນື່ອງ ທາງບໍລິສັດຈຶ່ງຂາດຊ່ຽວຊານທີ່ຈໍາເປັນຈາກຕ່າງປະເທດ ຈຶ່ງໄດ້ເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານບາງດ້ານມີຄວາມຫຼ້າຊ້າ ແລະ ບໍ່ລຸລ່ວງຕາມທິດທາງແຜນການທີ່ວາງໄວ້.

About admins16