ຮອງເຈົ້າແຂວງ ລົງກວດກາ ລະບົບຊົນລະປະທານຂອງຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1

ເພື່ອເປັນການຊຸກຍູ້-ສົ່ງເສີມການການຜະລິດກະສິກໍາ ໃນການປູກພຶດລະດູແລ້ງ ປະຈໍາສົກປີ 2021 – 2022 ຢູ່ບັນດາຂອບເຂດຕ່າງໆຂອງເມືອງ ພາຍໃນແຂວງ ໃຫ້ເປັນຂະບວນການຟົດຟື້ນ ແລະ ທ່ວງທັນກັບລະດູການ ໃນວັນທີ 22 ພະຈິກ 2021 ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ໄດ້ສົມທົບກັບພະແນກການທີກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ພາກສ່ວນທີກ່ຽວຂ້ອງ ໄດ້ລົງຕິດຕາມ ການນໍາໃຊ້ລະບົບຊົນລະປະທານ ເຂົ້າໃນການປູກພຶດລະດູແລ້ງ ຂອງພໍ່ແມ່ປະຊາຊົນເຂດບ້ານ ພູໂຮມໄຊ ເມືອງບໍລິຄັນ.

ກ່ອນອື່ນທ່ານຮອງຈົ້າແຂວງພ້ອມດ້ວຍຄະນະ ໄດ້ລົງພົບປະກັບຄະນະຮັບຜິດຊອບໂຄງການເຂື່ອນໄຟຟ້ານໍາງຽບ 1 ເພຶ່ອຮັບຟັງການລາຍງານສະພາບລວມ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນສະພາບຈຸດພິເສດ ຂອບເຂດທີຕັ້ງຂອງຝາຍກັກເກັບນໍ້າ ການອອກແບບ ແລະ ດໍາເນີນການກໍ່ສ້າງລະບົບຊົນລະປະທານໃນແຕ່ລະໄລຍະ, ການນໍາສົ່ງນໍ້າຈາກອ່າງເກັບ ຜ່ານລະບົບຊົນລະປະທານເຂົ້າໃນເນື່ອທີການຜະລິດ ການຊຸກຍູ້ສົ່ງເສີມປະຊາຊົນ ເຂົ້າໃນຂະບວນການຜະລິດປູກພຶດລະດູ້ແລ້ງໃຫ້ເປັນຂະບວນການ ແລະ ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານບ້າງດ້ານ ເປັນຕົ້ນແມ່ນພື້ນທີທໍາການຜະລິດບາງບ່ອນແມ່ນມີຄວາມສູງເຮັດໃຫ້ລະບົບຊົນລະປະທານເຂົ້າຫາໄດ້ຍາກ, ລະບົບປະຕູ້ປິດ-ເປີດນໍ້າ ຍັງບໍທັນເປັນລະບົບ ແລະ ມີການຮົ່ວໄຫຼ່ ສະພາບຄວາມເປເພເສຍຫາຍຂອງລະບົບຊົນລະປະທານ ແລະ ທາງຊ່ອຍ ໃນຊ່ວງລະດູຝົນ ແລະ ອື່ນໆ.

ຫຼັງຈາກນັ້ນຄະນະຮັບຜິດຊອບຂອງໂຄງການ ຍັງໄດ້ນໍາພາທ່ານຮອງເຈົ້າແຂວງພ້ອມດ້ວຍຄະນະ ໄດ້ລົງກວດກາເບິງຂອບເຂດພື່ນທີການຜະລິດກະສິກໍາ, ລະບົບຊົນລະປະທານ ແລະ ອ່າງເກັບນໍາຢູ່ພາກສະໜາມຕົວຈິງ ເພຶ່ອພ້ອມກັນປຶກສາຫາລືຊອກຫາສາເຫດບັນດາຈຸດອ່ອນຂໍ້ຄົງຂ້າງດັ່ງກ່າວ ເພຶ່ອເຮັດໃຫ້ຄະນະຮັບຜິດຊອບຂອງໂຄງການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຈັດຕັ້ງປະຕິບັດປັບປຸງແກ້ໄຂບັນດາຂໍ້ຄົງຄ້າງໃນດ້ານຕ່າງໆ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ໃຫ້ສໍາເລັດໂດຍໄວຕາມສະພາບຄວາມເປັນຈິງ ເພຶ່ອຮັບປະກັນການສະໜອງນໍ້າເຂົ້າໃນການຜະລິດກະສີກໍາຂອງພໍ່ແມ່ປະຊາຊົນ ຢ່າງມີຄວາມພຽງພໍທົ່ວເຖິງ ແລະ ທ່ວງທັນຕາມລະດູການ.

About admins14