ຮອງເຈົ້າແຂວງບໍລິຄຳໄຊ ເຂົ້າຮ່ວມປ່ອນບັດ ທີ່ເມືອງທ່າພະບາດ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ພ້ອມກັນໃນຂອບເຂດທົ່ວປະເທດ ຢ່າງເປັນຂະບວນຟົດຟື້ນ.

ຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 10 ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ກໍ່ໄດ້ມີ ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ສົມສົດ ແສງອາພອນ ກຳມະການພັກແຂວງ ເຈົ້າເມືອງທ່າພະບາດ ມີການນຳຂອງເມືອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.

ຕາມການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ໃຫ້ຮູ້ວ່າ: ທົ່ວເມືອງທ່າພະບາດ ມີພົນລະເມຶອງ ທັງໝົດ 28.398 ຄົນ, ຍິງ 14.573 ຄົນ, ຜູ້ມີສິດປ່ອນບັດເລຶອກຕັ້ງຕາມສຳມະໂນຄົວ 20.248 ຄົນ, ຍິງ 9.626 ຄົນ, ຜູ້ມີສິດເລືອກຕັ້ງຢູ່ໃນບ້ານຂອງຕົນຕາມສຳມະໂນຄົວ 15.942 ຄົນ, ຍິງ 7.674 ຄົນ, ຜູ້ມີສິດປ່ອນບັດເລຶອກຕັ້ງຢູ່ທ້ອງຖິ່ນອື່ນ ຕາມສຳມະໂນຄົວ 2.734 ຄົນ, ຍິງ 901 ຄົນ,  ຜູ້ມີສິດມາຈາກທ້ອງຖິ່ນອື່ນ 369 ຄົນ, ຍິງ 185 ຄົນ ແລະ ມີຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 16.311 ຄົນ, ຍິງ 7.859 ຄົນ.

ທົ່ວເມືອງມີ 18 ໜ່ວຍເລືອກຕັ້ງ ແລະ ມີຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງທ່າພະບາດ 5 ທ່ານ, ຍິງ 1 ທ່ານ ເລືອກເອົາ 3 ທ່ານ.

About admins14