ຮອງເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ຕິດຕາມໂຄງການຂຸດຄົ້ນແຮ່ກົ່ວ ຢູ່ເມືອງປາກກະດິງ

ໃນວັນທີ 19 ພຶດສະພາ 2022 ຢູ່ທີ່ຫ້ອງການບ້ານນໍ້າສາງ ເມືອງ ປາກກະດິງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ຕິດຕາມ ໂຄງການຂຸດຄົ້ນແຮ່ກົ່ວ ແລະ ແຮ່ທາດທີ່ຕິດພັນ ຂອງບໍລິສັດ ວິນາມາຍ ລາວ ຈຳກັດຜູ້ດຽວ, ໂດຍມີທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີບັນດາຂະແໜງການຂອງເມືອງ, ອຳນາດການປົກຄອງບ້ານນໍ້າສາງ, ວຽງຄໍາ, ຫ້ວຍໄຮ, ບ້ານຫ້ວຍເພັດ ແລະ ຕາງໜ້າຜູ້ພັດທະນາໂຄງການ ເຂົ້າຮ່ວມ.

ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ລາຍງານສະພາບໂດຍລວມຄວາມຄືບໜ້າຂອງໂຄງການ ວ່າ: ໂຄງການຂຸດຄົ້ນແຮ່ກົ່ວ ແລະ ແຮ່ທາດ ທີ່ຕິດພັນຂອງບໍລິສັດ ວິນາມາຍ ລາວ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດຫຸ້ນສ່ວນແຮ່ທາດຫວຽດນາມ ໄດ້ສະເໜີຂໍລົງທຶນຊອກຄົ້ນ ແລະ ສໍາຫຼວດແຮ່ກົ່ວ ແລະ ແຮ່ທາດຕິດພັນ ໃນເນື້ອທີ 59,56 ກິໂລຕາແມັດ ຢູ່ເຂດບ້ານນໍ້າສາງ ເມືອງປາກກະດີງ ແຂວງ ບໍລິຄໍາໄຊ (ເຂດເກົ່າບໍລິສັດມິດຕະພາບຂຸດຄົ້ນແຮ່ກົ່ວ ຈໍາກັດ) ໄດ້ສຳເລັດການລົງສຳຫຼວດສຶກສາຄວາມເປັນໄປໄດ້ໃນຈຳນວນ 21.179 ເຮັກຕ່າ, ຍ້ອນພື້ນທີ່ສໍາປະທານມີຄວາສະລັບຊັບຊ້ອນ ເນຶ່ອງຈາກວ່າເຂດດັ່ງກ່າວໄດ້ກວມເອົາປ່າຢາງພາລາ ຂອງບໍລິສັດ ໄທຮົ່ວ ແລະ ໄດ້ກວມເອົາເຂດທໍາການຜະລິດຂອງປະຊາຊົນຈໍານວນໜຶ່ງ ຈິ່ງຕັດເນື້ອທີ 737,1 ເຮັກຕາອອກ ຕາມນິຕິກຳທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ຊື່ງເນື້ອທີສໍາປະທານຍັງເຫຼືອປະມານ 1.328 ເຮັກຕ່າ ຫຼື 13,28 ກິໂລຕາແມັດ.

ມາຮອດປະຈຸບັນ ບໍລິສັດຜູ້ຮັບເໝົາໂຄງການ ຍັງບໍ່ໄດ້ຮັບການຈັດປະຕິບັດຕາມບົດບັນທຶກສັນຍາ, ຍັງບໍ່ທັນໄດ້ຖອກພັນທະອາກອນ, ສາເຫດເກີດມາຈາກຫຼາຍປັດໃຈ ເປັນຕົ້ນແມ່ນ ການຫັນປ່ຽນໃບດຳເນີນທຸລະກິດ, ຄວາມບໍ່ພ້ອມຂອງຄູ່ຮ່ວມພັດທະນາ, ການສຳຫຼວດດ້ານຜົນກະທົບເຂດການຜະລິດຂອງປະຊາຊົນ ຍັງບໍ່ສຳເລັດ ແລະ ບັນຫາປີ່ນອ້ອມອື່ນໆ.

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳເຫັນກົງໄປກົງມາ ຍົກໃຫ້ເຫັນຄວາມຈຳເປັນຂອງຜູ້ລົງທຶນ ລວມທັງການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ.

ໃນຕອນທ້າຍ ທ່ານ ບຸນ ເສັງ ປະທຳມະວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຍັງໄດ້ເນັ້ນໃຫ້ຜູ້ປະກອບການໂຄງການ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ອຳນາດການປົກຄອງຂັ້ນບ້ານ ຈົ່ງໄດ້ຮ່ວມກັນລົງເກັບກໍາຂໍ້ມູນຕ່າງໆ ໃນເນື້ອທີ 1.328 ເຮັກຕ່າໃຫ້ຊັດເຈນທຸກດ້ານ ເປັນຕົ້ນແມ່ນຜົນກະທົບເຂດການຜະລິດ, ດ້ານສີ່ງແວດລ້ອມ, ໂດຍຖືເອົານິຕິກຳ ແລະ ກົດໝາຍເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານ.

About admins14