ຮອງເຈົ້າຄະນະສົງແຂວງ ມອບອຸປະກອນການແພດ ໃຫ້ໂຮງໝໍນ້ອຍຈອມທອງ

ໃນຕອນເຊົ້າວັນທີ່ 21 ກໍລະກົດ 2021 ຢູ່ໂຮງໝໍນ້ອຍ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ຍາທ່ານ ຄຳພອນ ທາອີນໄຊຍະວົງ ຮອງເຈົ້າຄະນະແຂວງບໍລິຄຳໄຊ, ເຈົ້າຄະນະສົງເມືອງວຽງທອງ ໄດ້ມອບອຸປະກອນການແພດ ໃຫ້ໂຮງໝໍນ້ອຍຈອມທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດຣ ບຸນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກເມືອງວຽງທອງ, ມີພະນັກງານໃນໂຮງໝໍນ້ອຍຈອມທອງ, ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີ ບັ້ງອົກຊີ່ 1 ບັ້ງ, ຫົວອົກຊີ່ 2 ຫົວ, ອົກຊີ່ແມັດ 1 ອັນ, ເຄື່ອງຟັງຫົວໃຈເດັກ 1 ຊຸດ ແລະ ເຄື່ອງວັດແທກຕັ່ງຊົ່ງອີເລັກໂທນິກ 1 ເຄື່ອງ ລວມມູນຄ່າ 5.394.000 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານປີ່ນປົວຄົນເຈັບໃນຍາມສຸກເສີນ.

ໂອກາດດຽວກັນນີ້ ທ່ານ ບົວພາ ໄຊຍະແພງ ນັກທຸລະກິດ ກໍ່ໄດ້ມອບເງີນ ຈໍານວນ 1.000.000 ກີບ ເພື່ອປະກອບສ່ວນຊ່ວຍໜູນໃນການຈັດຊື້ອຸປະກອນການແພດທີ່ຈຳເປັນຂອງໂຮງໝໍນ້ອຍຈອມທອງ.

About admin11