ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງເຄື່ອນໄຫວຢ້ຽມຢາມກອງບັນຊາການທະຫານເມືອງວຽງທອງ

ໃນວັນທີ 3 ກຸມພາ 2023 ທ່ານ ພົນຕີ ພັນແສງ ບູນພັນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ພັນເອກ ຄໍາແພນ ວີລືທໍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງທອງ, ໂດຍມີຫົວໜ້າກອງບັນຊາການທະຫານ, ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ຫົວໜ້າກອງພັນ 617 ພ້ອມດ້ວຍຄະນະ ແລະ ອ້າຍນ້ອງທະຫານ ເຂົ້າຮ່ວມ.

ທ່ານ ພັນໂທ ສົມພົງ ພົມມະວາດ ຫົວໜ້າການເມືອງກອງບັນຊາການທະຫານເມືອງວຽງທອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ການນໍາພາ – ຊີ້ນຳກົມກອງ ເຊິ່ງໄດ້ຍົກໃຫ້ເຫັນຫລາຍຜົນງານທີ່ຈັດຕັ້ງປະຕິບັດໄດ້, ໂອກາດນີ້ ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ພົບປະໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານໄຊຊະນະທີ່ກອງບັນຊາການທະຫານເມືອງ ຍາດມາໄດ້ ແລະ ທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ໃຫ້ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານເມືອງ ຈົ່ງຍົກສູງສະຕິຄວາມເປັນເຈົ້າການ ຕໍ່ໜ້າທີ່ວຽກງານການເມືອງຂອງຕົນ.

ຊີ້ນຳ-ນຳພາ ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ – ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ມີແນວຄິດການເມືອງໜັກແໜ້ນ, ເຊື່ອມຊຶມແນວທາງການນຳພາຂອງພັກ – ລັດ, ເອົາໃຈໃສ່ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ແລະ ບັນດາຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນ ເຮັດໃຫ້ສະພາບກົມກອງມີຄວາມສະຫງົບ, ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ມູນເຊື້ອຂອງກົມກອງ ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາກົມກອງໃຫ້ມີໂສມໜ້າອັນໃໝ່ຂື້ນເປັນກ້າວໆ.

ໃນໂອກາດທ່ານມາຢ້ຽມຢາມໃນຄັ້ງນີ້ ໄດ້ມອບເງິນ 30.000.000 ກີບ ໃຫ້ 3 ກອງບັນຊາການ ກອງລະ 10.000.000 ກີບ ເພື່ອນຳໃຊ້ເຂົ້າໃນວງຽກງານລວມ.

About admins14