ຮອງຫົວໜ້າກົມໃຫຍ່ພາລາທິການ ລົງຊີ້ນໍາວຽກງານຢູ່ ປກສ ແຂວງບໍລິຄໍາໄຊ


ຕອນເຊົ້າ ວັນທີ 19 ພະຈິກ 2020 ທ່ານ ພັນເອກ ຄໍາແພງ ລາວລີ ຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພາລາທິການ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາວຽກງານຢູ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໂດຍມີທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີບັນດາຄະນະພັກກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ກອງບັນຊາການ ປກສ ເມືອງ, ຕະຫຼອດຮອດພະນັກງານ-ນັກຮົບ ຫ້ອງພາລາທິການ ເຂົ້າຮ່ວມ.


ທ່ານ ພັນໂທ ສົມຄິດ ໄຊສົງຄາມ ຫົວໜ້າຫອ້ງພາລາທິການ ປກສ ແຂວງ ໄດ້ຕາງໜ້າຄະນະນຳ ກອງບັນຊາການ ລາຍງານວຽກງານພາລາທິການ ວ່າ: ໄລຍະ 01 ປີຜ່ານມາ ໄດ້ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລ່າຍຈ່າຍງົບປະມານ, ໃນນັ້ນ ປະຕິບັດແຜນລາຍຮັບວິຊາການ ຄ່າທໍານຽມແຜນປະຈໍາປີ ໄດ້ 466.560.000 ກີບ, ປະຕິບັດໄດ້ຕົວຈິງ 593.496.000 ກີບ ທຽບໃສ່ແຜນການປະຈໍາປີ ເພີ່ມຂຶ້ນ 27,2%, ຄ່າບໍລິການປະຈໍາປີ 1.167.120.000 ກີບ, ໄດ້ເຮັດແຜນດັດແກ້ເປັນເງີນ 906.500.000 ກີບ, ປະຕິບັດໄດ້ 726.563.000 ກີບ, ໄດ້ຮັບອະນຸມັດຈ່າຍງວດ 1 ແລະ 2 ປີ 2020 ຈໍານວນ 580. 720.000 ກີບ, ປະຕິບັດໄດ້ 781.742.000 ກີບ, ທຽບໃສ່ແຜນປີຫຼຸດລົງ 13,76%. ການປະຕິບັດແຜນລ່າຍຈ່າຍງົບປະມານ ໃນປີ 2020 ແຜນອະນຸມັດ 57.976.000.000 ກີບ ໃນນັ້ນ ມີເງີນບໍາລຸງພາກ 60 ຈໍານວນ 51.062.000.000 ກີບ ທຽບໃສ່ປີຜ່ານມາ ເພີ່ມຂື້ນ 12%, ເງີນອຸດນູນນະໂຍບາຍ ພາກ 61 ຈໍານວນ 4.307.000.000 ກີບ ທຽບໃສ່ປີຜ່ານມາ ຫຼຸດລົງ 16,45%, ລາຍຈ່າຍບໍລິຫານພາກ 62 ຈໍານວນ 2.452.000.000 ກີບ ທຽບໃສ່ປີຜ່ານມາ ຫຼຸດລົງ 1,13%, ເງີນລາຍຈ່າຍດັດສົມ, ສົ່ງເສີມ ແລະ ບໍາລຸງ ພາກ 63 ຈໍານວນ 155.000.000 ກີບ ທຽບໃສ່ປີຜ່ານມາຫຼຸດລົງ 5,49%, ໄດ້ຮັບອະນຸມັດເດືອນ 09 ປີ 2020 ທັງໝົດ 43.995.722.735 ກີບ.

ເພື່ອເປັນແນວທາງ ໃນການປະຕິບັດໜ້າທີ່ວຽກງານພາລາທິການ ໃຫ້ມີການເຕີບໃຫຍ່ ເຂັ້ມແຂງຮອບດ້ານ ທ່ານ ຮອງຫົວໜ້າກົມໃຫຍ່ ກໍ່ໄດ້ຊີ້ທິດເຍືອງທາງ ແລະ ເນັ້ນໃຫ້ຄະນະພັກ ຄະນະບັນຊາ ເວົ້າລວມ, ເວົ້າສະເພາະ ຄະນະຮັບຜິດຊອບວຽກງານພາລາທິການ ປກສ ແຂວງບໍລິຄຳໄຊ ຈົ່ງສືບຕໍ່ຊີ້ນຳ ນຳພາ ວຽກງານພາລາທິການ, ເອົາໃຈໃສ່ຄຸ້ມຄອງວຽກງານຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ຢູ່ໃນລະບົບການບໍລິຫານທີ່ຖືກຕ້ອງ, ມີຄວາມໂປ່ງໃສ, ຮັບປະກັນກວດກາໄດ້, ທັງນີ້ ກໍ່ເພື່ອເຮັດໃຫ້ວຽກງານພາລາທິການຂອງກຳລັງ ປກສ ແຂວງ ສາມາດຕອບສະໜອງການເຄື່ອນໄຫວວຽກງານຂອງກຳລັງ ໃຫ້ເດີນແມ່ນ ແລ່ນສະດວກ ຕະຫລອດໄປ.

About admin11