ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເນັ້ນໃຫ້ ປກສ ແຂວງບໍລິຄຳໄຊ ເອົາໃຈໃສ່ຫຼາຍບັນຫາ

ສະຫາຍ ພົນຈັດຕະວາ ແອ່ນ ອຸ່ນອານົງນຸດ ຄະນະພັກກົມ ຮອງຫົວໜ້າກົມໃຫ່ຍການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກາງສະໄໝ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ.

ເພື່ອເຮັດໃຫ້ບັ້ນດໍາເນີນຊີວິດການເມືອງ, ກໍ່ສ້າງພັກ-ພະນັກງານ, ກໍ່ສ້າງກໍາລັງ ຂອງກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນ, ມີປະລິມານ ແລະ ຄຸນນະພາບ, ສະນັ້ນ ທ່ານຈຶ່ງໄດ້ເນັ້ນໜັກບາງວຽກງານທີ່ສໍາຄັນ ດັ່ງນີ້: ການປະຈັດຕັ້ງປະຕິບັດແບບແຜນວິທີເຮັດວຽກຂອງຄະນະພັກ ຕ້ອງຍົກສູງຄຸນນະພາບ ການເປັນເສນາທິການ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ປັບປຸງແບບແຜນວີທີການນໍາພາ-ຊີ້ນໍາ ໃຫ້ມີວິທະຍາສາດ, ທັນສະໄໝ, ສອດຄອ່ງກັບໜ້າທີ່ການເມືອງ ແຕ່ລະໄລຍະ ໃຫ້ເຂົ້າສູ່ລະບອບ, ລະບຽບ ແລະ ຄຸນນະພາບໃໝ່.

ກວດກາຄືນລະບົບແບບແຜນວິທີເຮັດວຽກ, ການປະຕິບັດມະຕິ, ຄໍາສັ່ງຂອງສະມາຊິກພັກ, ຄຸນນະພາບຂອງສະມາຊິກພັກ ເພາະການຈັດຕັ້ງພັກ ແມ່ນເປັນອົງການຈັດຕັ້ງນໍາໜ້າ, ນໍາພາຮອບດ້ານ ເພື່ອຂັບເຄື່ອນທຸກໜ້າທີ່ວຽກງານ, ການແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ, ກວດກາຄືນບັນດາຄະນະພັກ, ສະມາຊິກພັກແຕ່ລະສະຫາຍ ເຮັດໄດ້ແລ້ວບໍ ໂດຍອິງໃສ່ຄວາມເປັນເອກະພາບ ແລະ ຄວາມສາມັກຄີ ພາຍໃນພັກ, ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ ຕ້ອງໄດ້ເອົາໃຈໃສ່ປັບປຸງວຽກງານສືບຂ່າວ, ຕ້ານສືບຂ່າວຢ່າງຕັ້ງໜ້າ, ຖອດຖອນບົດຮຽນ, ວາງແຜນການໃຫ້ສອດຄອ່ງກັບສະພາບການໃໝ່, ກໍ່ສ້າງປັບປຸງ ຂະຫຍາຍຕາໜ່າງຂ່າວໃຫ້ກວ້າງຂວາງ ແລະ ເຂົ້າສູ່ລວງເລິກກວ່າເກົ່າ, ເປັນເຈົ້າການຊອກຮູ້ເລ່ຫຼ່ຽມກົນອຸບາຍ ແລະ ການເຄື່ອນໄຫວທໍາລາຍມ້າງເພຂອງພວກສັດຕູ ແລະ ອິດທິກໍາລັງປໍລະປັກ, ທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະ 2 ປີ 06 ເດືອນຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ຕ້ອງໄດ້ເອົາໃຈໃສ່ລົງນໍາພາ-ຊີ້ນໍາ ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແລະ ປກສ 07 ຕົວເມືອງ ທີ່ຢູ່ໃນຄວາຮັບຜິດຊອບ ເພື່ອສືກສາອົບຮົມການເມືອງ-ນໍາພາແນວຄິດ ຕໍ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ, ດໍາເນີນຊີວິດການເມືອງແຕ່ລະປີ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງການກໍ່ສ້າງພັກ, 3 ທາດແທ້, 7 ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບ, ນໍາເອົາບັນດາມະຕິ, ຄໍາສັ່ງ, ເອກະສານທີ່ສໍາຄັນຕ່າງໆ ຈັດຕັ້ງເຜີຍແຜ່ເຊື່ອມຊືມໃຫ້ເປັນແຕ່ລະໄລຍະ.

About admins16