ຮອງລັດຖະມົນຕີກະຊວງ ຍທຂ ລົງເຄື່ອນໄຫວຢ້ຽມຢາມພະແນກ ຍທຂ ແຂວງບໍລິຄຳໄຊ

ພິທີພົບປະໂອ້ລົມຂອງທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ມັງກອນ 2022 ຢູ່ຫ້ອງປະຊຸມຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ, ມີຄະນະພະແນກ ຍທຂ ແຂວງ, ຂະແໜງການ, ພະນັກງານວິຊາການຈາກບັນດາໂຄງການພາຍໃນແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ ໄດ້ລາຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ວ່າ: ພະແນກ ຍທຂ ປະຈຳແຂວງບໍລິຄຳໄຊ ປະກອບມີ 8 ຂະແໜງການ, 1 ກອງຄຸ້ມຄອງ ແລະ 2 ວິສາຫະກິດຂຶ້ນກັບ, ມີ 7 ຫ້ອງການ ຍທຂ ເມືອງ ມີພະນັກງານທັງໝົດ 155 ຄົນ ຍິງ 27 ຄົນ.

ທົ່ວແຂວງມີຕາໜ່າງເສັ້ນທາງ 225 ເສັ້ນ ມີລວງຍາວ 2.412,83 ກມ ໃນນັ້ນ ເສັ້ນທາງເຂົ້າຫາບ້ານທຽວໄດ້ຕະຫຼອດປີ 267 ບ້ານ ເທົ່າກັບ 94,01% ແລະ ເສັ້ນທາງທຽວໄດ້ແຕ່ລະດູແລ້ງ 17 ບ້ານ ເທົ່າກັບ 5,98%.

ດ້ານພົ້ນເດັ່ນ ໄດ້ມີໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ໂຄງການສ້ອມແປງຂະຫຍາຍທາງເລກທີ 13 ໃຕ້ ແລະ ໂຄງການອື່ນໆ ທີ່ນຳໃຊ້ງົບປະມານພາຍໃນ, ພິເສດ ບັນດາທາງຊອຍຂອງບ້ານ ໄດ້ມີການລະດົມປະຊາຊົນ ປະກອບສ່ວນເຂົ້າໃນການສ້າງທາງປູເບຕົງຢ່າງເປັນຂະບວນ.

ແຂວງບໍລິຄຳໄຊ ມີນ້ຳຂອງໄຫຼຜ່ານ 179 ກມ ມີການເຊາະເຈື່ອນຮ້າຍແຮງ 73 ກມ ໄດ້ມີການປ້ອງກັນເຈື່ອນແລ້ວ 21,05 ກມ, ມີຂົນສົ່ງໂດຍສານ 7 ບໍລິສັດ, ຈຳນວນ 37 ສາຍທາງ ໃຫ້ບໍລິການປະຊາຊົນ ແລະ ຂົນສົ່ງສິນຄ້າ 5 ບໍລິສັດ.

ຈາກນັ້ນ ທ່ານ ລັນ ແສງອາພອນ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາ ເປັນຕົ້ນແມ່ນການຊີ້ນຳ-ນຳພາແບບແຜນວິທີເຮັດວຽກ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານເປັນປົກກະຕິ, ປັບປຸງກົງຈັກການຈັດຕັ້ງໃຫ້ເປັນລະບົບ ມີແບບແຜນວິທີເຮັດວຽກ, ສ່ອງແສງລາຍງານໃຫ້ເປັນປົກປະຕິ, ເອົາໃຈໃສ່ຕິດຕາມບັນດາໂຄງການທີ່ມາລົງທຶນຢູ່ແຂວງ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ, ເອົາໃຈໃສ່ຕິດຕາມເຝົ້າລະວັງການເຊາະເຈື່ອນຂອງຕະຝັ່ງເປັນວຽກງານສຳຄັນ, ວຽກງານ 3 ສ້າງ ປະຕິບັດຕາມພາລະບົດບາດ ຂອບເຂດສິດ ແບ່ງຄວາມຮັບຜິດຊອບໃຫ້ມີຄວາມສອດຄ່ອງ ແລະ ພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

About admins16