ຮອງລັດຖະມົນຕີກະຊວງສຶກສາ ເຄື່ອນໄຫວຕິດຕາມ ການສອບເສັງຈົບຊັ້ນມັດທະຍົມສຶກສາ ຊັ້ນ ມ.7 ຢູ່ແຂວງບໍລິຄຳໄຊ

ບັ້ນດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາ ຊັ້ນ ມ.7 ປະຈຳສົກຮຽນ 2020-2021 ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2021 ຢູ່ສູນສອບເສັງໂຮງຮຽນມັດທະຍົມປາຍປາກຊັນ ໃຫ້ກຽດມອບ ແລະ ຕັດຫົວບົດການສອບເສັງ ໂດຍທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ ປະທານສູນສອບເສັງໂຮງຮຽນ ມ.ປ ປາກຊັນ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະພະແນກ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຄະນະກຳມະການສອບເສັງ ເຂົ້າຮ່ວມ.

ສູນສອບເສັງໂຮງຮຽນມັດທະຍົມປາຍປາກຊັນ ມີທັງໝົດ 16 ຫ້ອງສອບ, ບັນຈຸຫ້ອງລະ 20-21 ຄົນ ແລະ ມີນັກສອບເສັງທົງໝົດ 329 ຄົນ, ຍິງ 172 ຄົນ.

ການສອບເສັງແມ່ນໄດ້ປະຕິບັດຕາມ ມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂດຍນັກສອບເສັງທຸກຄົນ ກ່ອນເຂົ້າຫ້ອງສອບຕ້ອງລ້າງມືດ້ວຍເຈວ, ຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ດັງ ເພື່ອຮັບປະກັນຄວາມປອດໄພຂອງນັກສອບເສັງ ແລະ ຄະນະກຳມະການຄວບຄຸມການສອບເສັງ.

ທົ່ວແຂວງບໍລິຄຳໄຊ ມີສູນສອບເສັງທັງໝົດ 11 ສູນ ຄື: ສູນສອບເສັງ ມ.ສ ສີທ່ານາໄຊ ມີນັກສອບເສັງ 274 ຄົນ ຍິງ 114 ຄົນ ມີ 14 ຫ້ອງ, ມ.ປາຍ ປາກຊັນ 329 ຄົນ, ຍິງ 172 ຄົນ ມີ 16 ຫ້ອງ, ມ.ສ ທ່າພະບາດ ມີ 277 ຄົນ, ຍິງ 145 ຄົນ ມີ 14 ຫ້ອງ , ມ.ສ ປາກກະດິງ 155 ຄົນ, ຍິງ 76 ຄົນ ມີ 7 ຫ້ອງ, ມ.ສ ວຽງຄຳ 195 ຄົນ, ຍິງ 104 ຄົນ ມີ 9 ຫ້ອງ, ມ.ສ ບໍລິຄັນ 265 ຄົນ, ຍິງ 119 ຄົນ ມີ 13 ຫ້ອງ, ມ.ສ ຜາເມືອງ 200 ຄົນ, ຍິງ 73 ຄົນ ມີ 9 ຫ້ອງ, ມ.ສ ນະຄອນໄຊ ມີ 378 ຄົນ, ຍິງ 180 ຄົນ ມີ 18 ຫ້ອງ, ມ.ສ ຊົນເຜົ່າ ມີ 452 ຄົນ, ຍິງ 208 ຄົນ ມີ 22 ຫ້ອງ, ມ.ສ ວຽງທອງ ມີ 282 ຄົນ, ຍິງ 106 ຄົນ ມີ 13 ຫ້ອງ ແລະ ສູນສອບເສັງ ມ.ສ ໂພນສີ ເມືອງໄຊຈຳພອນ ມີ 75 ຄົນ ຍິງ 22 ຄົນ ມີ 4 ຫ້ອງ, ລວມທັງໝົດ 139 ຫ້ອງສອບເສັງ, ມີນັກສອບເສັງທັງໝົດ 2.882 ຄົນ, ຍິງ 1.319 ຄົນ, ສະເລ່ຍ 19-23 ຄົນຕໍ່ຫ້ອງ.

ມີ 5 ວິຊາສອບເສັງ ຄື: ພາສາລາວ+ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ, ໂດຍຈະໄດ້ດໍາເນີນໄປເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 28-30 ກໍລະກົດ 2021 ຈຶ່ງຈະສໍາເລັດ.

About admins14