ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂອ້ລົມພະນັກງານກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ

      

 ໃນວັນທີ 31 ມັງກອນ 2022 ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມພະນັກງານນໍາພາ – ບັນຊາກໍາລັງປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ໂດຍມີ ທ່ານ ພັນເອກ ກົງຈັນ ໄຊປັນຍາ  ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ຄະນະພັກຄະນະກອງກອງບັນຊາການ, ຄະນະຫ້ອງ, ກອງ, ຄ້າຍຄຸມຂັງດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 04, ຕະຫຼອດຮອດ ປກສ ເມືອງ 07 ຕົວເມືອງ ເຂົ້າຮ່ວມ.

        ການໂອ້ລົມ ຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາໃນຫຼາຍໆດ້ານ ທັງການພັດທະນາບຸກຄະລາກອນ ແລະ ກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຕະຫຼອດມາ, ທ່ານໄດ້ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ ຈົ່ງເອົາໃຈໃສ່ນໍາພາການເມືອງ – ແນວຄິດແກ່ພະນັກງານສະມາຊິກພັກ – ພະນັກງານ – ນັກຮົບໃຫ້ມີຄວາມອຸນອຽນທຸ່ນທ່ຽງ, ມີແນວຄິດຫຼັກໝັ້ນຕໍ່ອຸດົມການຂອງພັກ, ຮັກສາມູນເຊື້ອອັນດີງາມຂອງຊາດກໍ່ຄືຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ປັບປຸງແບບແຜນວິທີເຮັດວຽກໃຫ້ແທດເໝາະກັບສະພາບຕົວຈິງ ໂດຍຕິດພັນກັບການຂະຫຍາຍຕົວຂອງສັງຄົມ, ກໍ່ສ້າງພະນັກງານ, ເຫລົ່າຮົບວິຊາສະເພາະໃຫ້ມີຄວາມຮູ້ຄວາມສາມາດ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງໂດຍຕິດພັນກັບປະຊາຊົນ ແລະ ມະຕິ 3 ສ້າງທີ່ຂັ້ນເທິງວາງອອກ, ປະຕິບັດແນວທາງນະໂຍບາຍວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ເຂົ້າສູ່ລວງເລິກໂດຍສະເພາະການແກ້ໄຂປະກົດການຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ແລະ ການຈັດຕັ້ງປະຕິດບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບັນຫາທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນ ສິ່ງທີ່ທ້າທາຍຂອງກໍາລັງປ້ອງກັນຄວາມສະຫງົບໃນການຮັກສາສະຖຽນລະພາບທາງດ້ານການເມືອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ບັນດາອິດທິກໍາລັງປໍລະປັກທີ່ຍາມໃດກໍ່ຍັງດໍາເນີນແຜນຍຸດທະສາດການຫັນປ່ຽນໂດຍສັນຕິ ດ້ວຍຫຼາຍຮູບແບບໂດຍສະເພາະແມ່ນການໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດ ແລະ  ນຳພາກຳລັງປກສ ຂອງແຂວງພັດທະນາກົມກອງຕົນເອງໃຫ້ກ້າວຂື້ນ.

About admin11