ຮອງລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວເຜີຍແຜ່ວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຢູ່ແຂວງບໍລິຄຳໄຊ

ພິທີເຜີຍແຜ່ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຕິດພັນກັບຂະແໜງການເງິນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າ-ຮອງຫົວໜ້າກົມ ຈາກກະຊວງການເງິນ, ຄະນະພະແນກການເງິນແຂວງ, ຂະແໜງການກ່ຽວຂ້ອງ ພ້ອມພະນັກງານພາຍໃນພະແນກ ເຂົ້າຮ່ວມ.

ໃນຊຸມປີຜ່ານມາ ເສດຖະກິດຂອງແຂວງ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເຊິ່ງໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ແລະ ພາຍໃນ, ນອກນັ້ນ ຍັງມີບັນຫາໄພທຳມະຊາດ ແລະ ການລະບາດຂອງເຊື້ອພະຍາດໂຄວິດ 19 ນັບແຕ່ປີ 2020 ເປັນຕົ້ນມາ ຍິ່ງເພີ່ມທະວີສ້າງຜົນກະທົບຕໍ່ເສດຖະກິດພາຍໃນຂອງແຂວງ ເຮັດໃຫ້ອັດຕາການຂະຫຍາຍຕົວເສດຖະກິດມີທ່າອ່ຽງຫຼຸດລົງ ໃນໄລຍະ 05 ປີ ຜ່ານມາ ຈາກລະດັບ 8,01% ໃນປີ 2016 ມາເປັນ 2,88% ໃນປີ 2020.

ການຄຸ້ມຄອງເສດຖະກິດມະຫາພາກ ມີຄວາມຫຍຸ້ງຍາກ ເນື່ອງຈາກຂາດສະພາບຄ່ອງດ້ານແຫຼ່ງທຶນ, ການປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານຍັງມີຄວາມແຕກໂຕນກັນໃນລະດັບທີ່ສູງສົມຄວນ, ລາຍຮັບພູດທ້ອງຖິ່ນໃນ 05 ປີ ( 2016-2020 ) ປະຕິບັດໄດ້ 964.67 ຕື້ກີບ ເທົ່າກັບ 3.61%, ຂອງລວມຍອດຜະລິດຕະພັນພາຍໃນແຂວງ ( GPP ), ກົງກັນຂ້າມ ໃນ 05 ປີ, ມີຍອດລາຍຈ່າຍທັງໝົດ 2,346.09 ຕື້ກີບ ກວມເອົາ 8.79% ຂອງລວມຍອດພະລິດຕະພັນພາຍໃນແຂວງ ( GPP ).

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ບັ້ນຮົບເສດຖະກິດ ກໍ່ຄືແຜນຜັນຂະຫຍາຍວາລະແຫ່ງຊາດສະບັບນີ້ມີຜົນສຳເລັດ ຈະຕ້ອງຮັບປະກັນໃຫ້ໄດ້ 3 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ ແລະ ຮັບປະກັນຫຼັກດ້ານວິທະຍາສາດ-ວິຊາການ.

ໂອກາດນີ້ ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານບົດລາຍງານການປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນຜ່ານມາ ປີ 2021 ດ້ານລາຍຮັບ ປະຕິບັດໄດ້ທັງໝົດ 393,85 ຕື້ກີບ ເທົ່າກັບ 43,75%, ພູດສູນກາງ ປະຕິບັດໄດ້ 282,02 ຕື້ກີບ ເທົ່າກັບ 40,27%, ພູດທ້ອງຖິ່ນ ປະຕິບັດໄດ້ 111,83 ຕື້ກີບ ເທົ່າກັບ 55,92% ລາຍຮັບແຕ່ລະພູດ ເຫັນໄດ້ວ່າຫຼຸດແຜນການ ສາເຫດເນື່ອງມາຈາກສະພາບເງື່ອນໄຂຄວາມເປັນຈິງໃນປະຈຸບັນທາງດ້ານເສດຖະກິດ, ບວກກັບການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງສົ່ງຜົນກະທົບໂດຍທາງກົງ ແລະ ທາງອ້ອມໃນຫຼາຍໆດ້ານ ຕໍ່ກັບການເກັບລາຍຮັບເຂົ້າງົບປະມານ, ແຕ່ເຖິງຢ່າງໃດກໍ່ຕາມ ຂະແໜງການເງິນ ກໍ່ໄດ້ເປັນເຈົ້າການໃນການຄຸ້ມຄອງຈັດເກັບລາຍຮັບຢ່າງຮັດກຸມ ເຊິ່ງຄາດຄະເນ 2 ເດືອນທ້າຍປີ ລາຍຮັບ 95,45 ຕື້ກີບ ໝົດປີ 489,31 ຕືກີບ ເທົ່າກັບ 54,35%, ພູດສູນກາງ 2 ເດືອນທ້າຍ 55,96% ຕື້ກີບ ໝົດປີ 337,99 ຕື້ກີບ ເທົ່າກັບ 48,26% ແລະ ພູດທ້ອງຖິ່ນ ຄາດຄະເນ 2 ເດືອນທ້າຍ 39,48 ຕື້ກີບ ໝົດປີ 151,31 ຕືກີບ ເທົ່າກັບ 75,67%.

About admins16