ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

ພິທີພົບປະໂອ້ລົມຂອງທ່ານ ປອ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2021 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ, ມີທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານ, ຮອງປະທານສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມ.

ໃນພິທີ ທ່ານເຈົ້າແຂວງໄດ້ຂຶ້ນຜ່ານບົດລາຍງານ ກ່ຽວກັບຜົນສຳເລັດການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ແລະ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຂອງໂຄວິດ 19 ສາມາດປະຕິບັດໄດ້ທັງໝົດ 42 ຄັ້ງ ຈຳນວນ 6 ເອກະສານ, ສະມາຊິກພັກ, ພະນັກງານອ້ອມຂ້າງແຂວງ ແລະ ເມືອງ ໄດ້ເຊື່ອມຊຶມ 4 ເອກະສານ ແລະ ຮາກຖານບ້ານ ເປັນຄຳຖາມ-ຕອບ 20 ຫົວຂໍ້, ການພັດທະນາເສດຖະກິດ-ສັງຄົມ ເຕີບໂຕໃນລະດັບ 4% ລວມຍອດຜະລິດຕະພັນໃຫ້ບັນລຸ 5,873 ຕື້ກວ່າກີບ ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 19 ລ້ານກວ່າກີບ ຫຼື ເທົ່າກັບ 2,186 ໂດລາ.

ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຮອດເດືອນພຶດສະພາ ປະຕິບັດໄດ້ 0,42%, ກຸ່ມປູກພືດຜັກຕາມມາດຕະຖານກະສິກຳທີ່ດີ ເຮືອນຮົ່ມບ້ານນາຫາດ ເມືອງຄຳເກີດ ມີທັງໝົດ 35 ຫຼັງ 27 ຄອບຄົວ ຄາດຄະເນຜົນຜະລິດ 1 ເດືອນ ໄດ້ 2.800 ກິໂລ ເປັນເງິນ 22.400.000 ກີບຕໍ່ເດືອນ, ຜະລິດຕະພັນກະສິກຳສິນຄ້າສົ່ງອອກມັນຕົ້ນ 262 ຕື້ກວ່າກີບ, ການແຜ່ລະບາດຂອງພະຍາດຜິວໜັງອັກເສບຕິດຕໍ່ຮ້າຍແຮງໃນ ງົວ-ຄວາຍ ພາຍໃນແຂວງ ມີສັດຕິດເຊື້ອທັງໝົດ 520 ໂຕ ໄດ້ຮັບການປິ່ນປົວດີແລ້ວ 227 ໂຕ ກຳລັງປິ່ນປົວ 241 ໂຕ ແລະ ງົວຕາຍຈຳນວນ 2 ໂຕ.

ຈາກນັ້ນ ໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 124/ຄປຈ ລົງວັນທີ 13 ພຶດສະພາ 2021 ວ່າດ້ວຍການຮັບຮອງເອົາການສ້າງຕັ້ງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ຄື: ທ່ານ ປອ ສຸວັນນີ ໄຊຊະນະ ເປັນປະທານ ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ເປັນຮອງປະທານ.

ຕອນທ້າຍຂອງພິທີ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຍັງໄດ້ໃຫ້ທິດຊີ້ນຳຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຈັດຕັ້ງເຊື່ອມຊຶມ, ກຳແໜ້ນ ແລະ ຜັນຂະຫຍາຍບັນດາທິດນຳ ມະຕິຄຳສັ່ງຕ່າງໆຂອງພັກ, ລັດຖະບານ ກໍ່ຄືຂອງແຂວງໃຫ້ເລິກເຊິ່ງທົ່ວເຖິງ ແລະ ໜັກແໜ້ນ ສູ່ການຈັດຕັ້ງປະຕິບັດຕົວຈິງ, ເອົາໃຈໃສ່ເສີຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີຕໍ່ໜ້າ ໂດຍສະເພາະການຜະລິດເປັນສິນຄ້າ, ສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນໃຫ້ນັບມື້ຫຼຸດລົງ, ເອົາໃຈໃສ່ຜັນຂະຫຍາຍເນື້ອໃນກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ທີ່ສຳເລັດລົງໃນທ້າຍເດືອນຜ່ານມາ ໂດຍສະເພາະການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ການຄຸ້ມຄອງ ແລະ ແກ້ໄຂບັນຫາໜີ້ສິນ ການນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍສູງສຸດ, ສືບຕໍ່ເອົາໃຈໃສ່ການນຳພາ-ຊີ້ນຳ ຮອບດ້ານຂອງອົງຄະນະພັກແຂວງ ຕໍ່ວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ 19 ໃຫ້ເຂັ້ມງວດ, ຮັບປະກັນສຸຂະພາບ ແລະ ຊີວິດຂອງປະຊາຊົນພາຍໃນແຂວງ, ຍົກສູງບົດບາດ ຄຸນນະພາບ ການເຄື່ອນໄຫວວຽກງານສະພາປະຊາຊົນ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງລັດ, ເສດຖະກິດ-ສັງຄົມດ້ວຍກົດໝາຍເທື່ອລະກ້າວ.

ໃນຕອນບ່າຍຂອງວັນດຽວກັນ ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ລົງເຄື່ອນໄຫວເລາະເບິ່ງຕາມເທດສະບານເມືອງປາກຊັນ ແລະ ຟາມງົວພູທອນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ໂດຍມີທ່າເຈົ້າແຂວງ ພ້ອມຄະນະ ຮ່ວມພາທາງ ເຊິ່ງຟາມດັ່ງກ່າວ ແມ່ນໄດ້ລ້ຽງງົວ 2 ພັນ ຄື ງົວພັນລາດ ຈຳນວນ 45 ໂຕ ແລະ ງົວພັນຊີ້ນ 14 ໂຕ. ສຳລັບງົວພັນຊີ້ນ ແມ່ນລ້ຽງມາໄດ້ 1 ປີກວ່າແລ້ວ ແລະ ສາມາດຜະລິດ ລູກໄດ້ 2 ໂຕ ຈາກການປະສົມພັນທຽມ.

About admins16